Header Ads

ຂ່າວສານປະເທດລາວກຳເນີດ ເຕີບໃຫຍ່ ຄຽງຄູ່ ພາລະກິດ ປະຕິວັດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ!


ສື່ມວນຊົນລາວ ເວົ້າລວມ, ເວົ້າສະເພາະ ຂ່າວສານປະເທດລາວ ກໍແມ່ນ ພາຫະນະສຳຄັນອັນໜຶ່ງທີ່ໄດ້ປະກອບສ່ວນໃນໄຊຊະນະລວມຂອງການປະຕິວັດ, ມີບົດບາດໃນການໂຄສະນາປຸກລະດົມນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ຂອງປະຊາຊົນລາວບັນດາເຜົ່າ. ເລີ່ມຕັ້ງແຕ່ມື້ສ້າງຕັ້ງພັກກອມມູນິດອິນດູຈີນ ເມື່ອປີ 1930 ຢູ່ຜືນແຜ່ນດິນລາວ ໄດ້ປະກົດມີຂ່າວທີ່ຂຽນດ້ວຍມື ແລະ ພິມດ້ວຍ ເຈ້ຍເຟືອງຊະນິດຕ່າງໆ ຫວ່ານຢູ່ຕາມຕົວເມືອງນ້ອຍ-ໃຫຍ່ ແລະ ຢູ່ຕາມຊົນນະ ບົດເພື່ອປຸກລະດົມນ້ຳໃຈຮັກຊາດ ແລະ ຮຽກຮ້ອງໃຫ້ທົ່ວປະເທດ ສາມັກຄີກັນລຸກ ຮືຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຟາຊິດຍີ່ປຸ່ນ.


ທ່ານ ສີຊະນະ ສີສານ ອະດີດລັດຖະມົນຕີກະຊວງຖະແຫລງຂ່າວ, ວັດ ທະນະທຳ, ອະດີດນັກຂ່າວ, ອະດີດຫົວໜ້າ ບ.ກ ແລະ ຜູ້ສ້າງຕັ້ງໜັງສືພິມ

ປະຕິວັດ ໄດ້ກ່າວວ່າ: ມາຮອດວັນຢຶດອຳນາດເດືອນສິງຫາ 1945 ກຳລັງປະຕິວັດ ຈຶ່ງມີເງື່ອນໄຂ ພິມໃບຂ່າວເປັນພາສາລາວ ແລະ ພາສາຝຣັ່ງ ຕິດທຸງຊາດ 3 ສີ ວົງເດືອນ ຫວ່ານໄປທົ່ວຕົວເມືອງວຽງຈັນ, ສະຫວັນນະເຂດ ແລະ ຕົວເມືອງອື່ນໆ ເພື່ອໂຄສະນາ ແລະ ປຸກລະດົມ ປະຊາຊົນລາວບັນດາເຜົ່າ ໃຫ້ລຸກຂຶ້ນຕໍ່ສູ້ຍາດເອົາ ເອກະລາດແຫ່ງຊາດ ຊຶ່ງແມ່ນສະຫາຍ ໄກສອນ ພົມວິຫານ ເປັນຫົວໜ້າ ແລະ ສະຫາຍ ສີຊະນະ ສີສານ ເປັນຮອງຫົວໜ້າສຳນັກງານໂຄສະນາ. ການພິມໃບປິວດັ່ງກ່າວ ກໍບໍ່ເປັນປົກກະຕິ ຂາດບັ້ນຂາດຕອນ ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ກັບຄືນມາ ຮຸກຮານລາວເປັນຄັ້ງທີສອງ ແຕ່ກໍຖືວ່ານັ້ນແມ່ນໃບຂ່າວ ຫລື ໜັງສືພິມ ປະຕິວັດ ສະບັບທຳອິດທີ່ເກີດຂຶ້ນຢູ່ບົນດິນແດນລາວ.




ວັນທີ 13 /8/1950, ກອງປະຊຸມແນວລາວອິດສະລະ ໄດ້ໄຂຂຶ້ນຢູ່ພາກເໜືອ ຂອງລາວ, ພັກຈຶ່ງໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດອັນໜຶ່ງອັນດຽວຂອງຕົນຂຶ້ນໂດຍໃສ່ຊື່ວ່າ "ລາວອິດສະລະ" ໂດຍແມ່ນສະຫາຍ ສີຊະນະ ສີສານ ເປັນຫົວໜ້າບັນນາທິການ ແລະ ຜູ້ຮ່ວມງານຈຳນວນໜຶ່ງ; ພາຫະນະການພິມເອີ້ນວ່າ "ລີໂຕ້" ພິມດ້ວຍເຈ້ຍເຟືອງ ມີໃບດຽວ ແຕ່ພິມສອງໜ້າຈຳນວນ 200 ໃບ ຫລື 400 ໜ້າ.

ຈາກນັ້ນມາໃບຂ່າວໜັງສືພິິມ ປະຕິວັດ ຈຶ່ງສືບຕໍ່ຂະຫຍາຍຕົວໃນຫລາຍຮູບແບບໄປຕາມສະພາບການ ແລະ ເງື່ອນໄຂການຕໍ່ສູ້ໃນ ແຕ່ລະທ້ອງຖິ່ນ, ບາງບ່ອນ ຫລື ບາງໄລຍະ ກໍຂຽນໃບປິວດ້ວຍມື ຫວ່ານໄປຕາມຖະໜົນ ໃນຕົວເມືອງ ເປັນຕົ້ນກໍແມ່ນໃນໄລຍະລວມລາວຄັ້ງທີໜຶ່ງ ທ້າຍຊຸມປີ 1950 ເພື່ອຮັບໃຊ້ບັ້ນໂຄສະນາເລືອກຕັ້ງຜູ້ແທນລາສະດອນເພີ່ມເຕີມ ທີ່ມີຄົນຂອງແນວລາວຮັກຊາດເຂົ້າຮ່ວມ, ຜົນກໍຄືເຮັດໃຫ້ຜູ້ສະໝັກຂອງແນວລາວຮັກຊາດໄດ້ຮັບຄະແນນສູງ ຢ່າງຖ້ວມລົ້ນ, ສ້າງຄວາມ ບໍ່ພໍໃຈໃຫ້ແກ່ພວກປະຕິການ ຈົນນຳໄປສູ່ການໂຄ່ນລົ້ມລັດຖະບານປະສົມ ແລະ ຈັບກຸມຄຸມ ຂັງບັນດາຜູ້ນຳຂອງແນວລາວຮັກຊາດ ລວມທັງທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າ ແລະ ຮອງ ບກ ໜັງສືພິມລາວຮັກຊາດ ທີ່ພິມຈຳໜ່າຍຢູ່ວຽງຈັນ.

ດ້ວຍການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ແລະ ເພື່ອໂຄສະນາຕ້ານຢັນກົນ ອຸບາຍອັນເລິກແລບແນບນຽນ ຂອງຈັກກະພັດອາເມລິກາ ແລະ ພວກລູກມືໃຫ້ມີປະສິດທິ ພາບກວ່າເກົ່າ.


ມາຮອດວັນທີ 13 ສິງຫາ 1960 ສູນກາງພັກ ຈຶ່ງໄດ້ຕົກລົງສ້າງຕັ້ງສະຖານີ ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ຂຶ້ນທີ່ຖານທີ່ໝັ້ນແຫ່ງໜຶ່ງໃນເມືອງວຽງໄຊ ແຂວງຫົວພັນ ອັນໄດ້ສ້າງເງື່ອນໄຂ ແລະ ຄວາມຈຳເປັນໃຫ້ມີນັກຂ່າວເພື່ອຂຽນຂ່າວການ ເຄື່ອນໄຫວຢູ່ພາຍໃນ ແລະ ຜູ້ແປຂ່າວຈາກພາສາຫວຽດນາມ ເພື່ອສະໜອງໃຫ້ແກ່ໂຄສົກ ວິທະຍຸກະຈາຍສຽງໃນແຕ່ລະວັນ.


ປີ 1964 ສົງຄາມທຳລາຍທາງອາກາດຂອງຈັກກະພັດອາເມລິກາ ແລະ ພວກລູກມື ໄດ້ເລີ່ມຕົ້ນ ແລະ ນັບມື້ນັບຮ້າຍແຮງຂຶ້ນ. ເພື່ອປົກປັກຮັກສາກຳລັງການປະຕິວັດ, ສູນກາງພັກ ຈຶ່ງຊີ້ນຳໃຫ້ສຳນັກຕ່າງໆຍົກຍ້າຍໄປລີ້ຊ່ອນຢູ່ຖ້ຳຕ່າງໆ.


ສຳນັກງານວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ກໍຈຳເປັນຕ້ອງໄດ້ແຍກອອກເປັນສອງກອງ, ກອງໜຶ່ງໄປຕັ້ງຢູ່ດົງດ່າ ປະເທດຫວຽດນາມ ເອີ້ນວ່າ: (B1), ກອງສອງຍ້າຍຈາກບ້ານບັກ (ລ້ອງກູ່-ນາໄກ່) ໄປຕັ້ງ ຢູ່ພູແຄ ໃກ້ກັບບ້ານຊຽງຊື້ ເອີ້ນວ່າ: (C2) ມີໜ້າທີ່ສະໜອງຂ່າວ ແລະ ບົດຕ່າງໆ ໃຫ້ແກ່ B1 ເພື່ອເຮັດລ້ອນພາລະໜ້າທີ່ຂອງຕົນ C2 ຈຶ່ງມີຄວາມຕ້ອງການພະນັກງານຫລາຍຂຶ້ນ ເພື່ອຈັດ ຕັ້ງເປັນຫລາຍກອງບັນນາທິການຜະລິດຂ່າວ - ບົດ ແລະ ແປພາສາໃນແຕ່ລະວັນ.

ແຫລ່ງຂ່າວ ທີ່ສຳຄັນໃນເວລານັ້ນກໍແມ່ນອາໄສຫ້ອງວ່າການສູນກາງພັກທີ່ຕັ້ງຢູ່ນາໄກ ຫ່າງຈາກພູແຄ ປະມານ 2-3 ກິໂລແມັດ ເຊິ່ງໃນແຕ່ລະວັນໄດ້ຈັດສົ່ງພະນັກງານໄປປະຊຸມ ສ່ອງແສງຂ່າວ ແລະ ຮັບເອົາການຊີ້ນຳຈາກຂັ້ນເທິງ ແລ້ວຈຶ່ງນຳມາເຜີຍແຜ່ ຂຽນເປັນຂ່າວ ແລະ ບົດ ແລ້ວນຳໄປຕີພິມ ເປັນພາສາລາແຕັງ ສົ່ງໄປໃຫ້ຊ່ຽວຊານຫວຽດນາມທີ່ຕັ້ງຫ່າງກັນປະມານ 800 ແມັດ. ດັ່ງນັ້ນ, ການໄປສ່ອງແສງຂ່າວ ແລະ ໄປສົ່ງຂ່າວໃນແຕ່ລະວັນກໍມີຄວາມທຸລະກັນດານບໍ່ໜ້ອຍ ຈາກການຍິງທຳລາຍຂອງເຮືອບິນຝ່າຍຂ້າເສິກ.

ເພື່ອຂະຫຍາຍແຫລ່ງຂ່າວໃຫ້ກວ້າງຂວາງຂຶ້ນໃນລະຫວ່າງປີ 1967 ຢູ່ C2 ກໍໄດ້ເປີດ ຊຸດອົບຮົມນັກຂ່າວຂຶ້ນ ເປັນເວລາ 45 ວັນ ໂດຍການຊ່ວຍເຫລືອຂອງຊ່ຽວຊານຫວຽດນາມຊຶ່ງໄດ້ເຕົ້າໂຮມເອົານາຍທະຫານ, ພະນັກງານນຳພາ ທີ່ເຮັດວຽກງານ ຖະແຫລງຂ່າວ ແລະວັດທະນະທຳ ໃນແຕ່ລະພາກ ແລະ ພະນັກງານໝຸ່ມນ້ອຍ ຈຳນວນໜຶ່ງລວມເກືອບ 20 ຄົນ, ເມື່ອຝຶກອົບຮົມສຳເລັດ ຈຳນວນຫລາຍກໍໄດ້ຈັດສົ່ງລົງປະຈຳການຢູ່ພາກ ແລະ ກົມກອງຕ່າງໆ. ຈາກນັ້ນ ຕາໜ່າງສົ່ງຂ່າວຈຶ່ງຫລາຍຂຶ້ນ ແລະ ສິ່ງສຳຄັນແມ່ນເປັນພື້ນຖານໃນການສ້າງພະນັກ ງານສືບທອດໃນເວລາຕໍ່ມາ.

ຈາກເງື່ອນໄຂພາຍນອກ ໄຊຊະນະຂອງການປະຕິວັດນັບມື້ເຕີບໃຫຍ່ຂະຫຍາຍຕົວ, ຄວາມຮຽກຮ້ອງຕ້ອງການໃນການໂຄສະນາພາຍໃນ ແລະ ຕໍ່ຕ່າງປະເທດນັບມື້ເພີ່ມ ຂຶ້ນ ໃນຂະນະດຽວກັນເງື່ອນໄຂ ພາຍໃນ C2 ກໍໄດ້ມີການປັບປຸງວຽກງານທັງທາງດ້ານປະ ລິມານ ແລະ ຄຸນນະພາບ. ເນື່ອງໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດຄົບຮອບ 12 ປີ, ທ່ານປະທານ ສຸພານຸວົງ ໄດ້ລົງນາມໃນມະຕິຕົກລົງສ້າງຕັ້ງສຳນັກງານຂ່າວສານປະເທດລາວຂຶ້ນຢ່າງເປັນທາງການ, ໂດຍໄດ້ໂຮມເອົາພາກສ່ວນ C2 ກອງບັນນາທິການຂ່າວ ແລະ ພາກສ່ວນເຕັກເນັກ ຈາກວິທະຍຸຂອງຝ່າຍ ປະເທດລາວ ແລະ ກອງຖ່າຍ-ຜະລິດຮູບ ແລະ ກອງບັນນາທິການ ໜັງສືພິມແນວລາວຮັກຊາດ ຈາກພະແນກ ຖະແຫລງຂ່າວ ໂຄສະນາ ເຂົ້າກັນ.


ພິທີປະກາດມະຕິຕົກລົງດັ່ງກ່າວ ແມ່ນໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ປາກຖ້ຳພູແຄ ຫລື C2 ນັ້ນເອງ
ໂດຍມີການນຳ ຄອວ, ຜູ້ຊ່ຽວຊານຫວຽດນາມ ຄື: ສະຫາຍ ດັງກຽນ ແລະ ສະຫາຍ ໂດ້ວັນເຟືອງ
ພ້ອມດ້ວຍພະນັກງານ, ນັກຂ່າວຖ່າຍຮູບ ແລະ ເຕັກນິກ ປະມານ 20 ກວ່າຄົນເຂົ້າຮ່ວມ.


ໃນພິທີກາງແຈ້ງທີ່ກະທັດຮັດ ມີພຽງສອງຄຳຂວັນ ຂຽນດ້ວຍນ້ຳມຶກສີຟ້າ ແລະ ສີແດງ ເນັ່ງຜ່ານກໍໄມ້ຫົກ ແຜ່ນໜຶ່ງຂຽນວ່າ: ປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ອີກແຜ່ນໜຶ່ງ ຂຽນວ່າ: ຊົມເຊີຍມະຕິຕົກລົງປະກາດສ້າງຕັ້ງສຳນັກງານຂ່າວສານປະເທດລາວ ເປັນທາງການຢ່າງສຸດໃຈ (ຂປລ - KPL 6/1/1968).


ໃນເວລາ 9ໂມງ ຂອງວັນດັ່ງກ່າວ, ທ່ານ ສົມເທີ ເພັດມະນີ ໃນນາມຄະນະຈັດຕັ້ງໄດ້ຂຶ້ນກ່າວ ຈຸດປະສົງ ແລະ ເຊື້ອເຊີນທ່ານ ສີຊະນະ ສີສານ ຂຶ້ນອ່ານມະຕິຕົກລົງ ປະກາດສ້າງຕັ້ງສຳນັກງານຂ່າວສານປເທດລາວ ເປັນທາງການຢ່າງສະຫງ່າຜ່າເຜີຍ ແລະ ຮຽກຮ້ອງໃຫ້ພະນັກງານ ແລະ ນັກຂ່າວທຸກຄົນມີຄວາມບຸກບືນ ແລະ ມີຄວາມຮັບຜິດຊອບສູງຂຶ້ນ ເພື່ອເຮັດລ້ອນພາລະໜ້າ ທີ່ອັນໜັກໜ່ວງ ແຕ່ມີກຽດທີ່ຖືກມອບໝາຍ.


ເປັນອັນວ່ານັບແຕ່ວັນນັ້ນເປັນຕົ້ນມາ ເຖິງ ສະພາບການຈະຜັນແປໄປຄືແນວໃດ ຂ່າວສານປະເທດລາວ ກໍໄດ້ຜ່ານຜ່າທຸກອຸປະສັກ, ຈັດພິມ ຈຳໜ່າຍຢ່າງເປັນປົກກະຕິ ແລະ ນັບມື້ນັບເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ.


ໃນເວລາສ້າງຕັ້ງຂຶ້ນໃໝ່ ການນຳຂອງຂ່າວສານປະເທດລາວ ແລະ ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ແມ່ນອັນດຽວກັນ ມີທ່ານ ສີຊະນະ ສີສານ ເປັນຫົວໜ້າ, ທ່ານ ສອນ ຄຳວານວົງສາ ຮັບຜິດຊອບ B1 ແລະ ທ່ານ ສົມເທີ ເພັດມະນີ ຮັບຜິດຊອບ C2 ເປັນຮອງ ຕໍ່ມາກໍມີທ່ານ ສີສະໜານ ແສນຍານຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະ ບກ.


ຮອດປີ 1968-1969 ຈຳນວນນັກຂ່າວ ໄດ້ເພີ່ມຂຶ້ນກວ່າເກົ່າ ນັບທັງດ້ານ ເຕັກນິກສົ່ງຂ່າວກໍສາມາດກຸ້ມຕົນເອງ ຍ້ອນມີການສ້າງພະນັກງານກັບທີ່ ແລະ ຮັບເອົານັກ ຮຽນນັກສຶກສາທີ່ຮຽນຈົບມັດທະຍົມຕອນປາຍ ຈາກພາຍໃນ ແລະ ຕ່າງປະເທດ ມາເປີດຊຸດອົບຮົມ ຢ່າງມີລະບົບ ແລະ ສ່ວນໜຶ່ງກໍຮັບເອົາພະນັກງານ ທີ່ມາຈາກວິທະຍຸຂ່າວສານແຂວງຊຽງ ຂວາງ ອັນໄດ້ສ້າງເງື່ອນໄຂໃຫ້ສາມາດຈັດຕັ້ງໜ່ວຍຂ່າວໄປເຄື່ອນໄຫວເກັບກຳຂ່າວ ແລະ ຈັດຕັ້ງສາຂາຂ່າວຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາແຂວງພາກເໜືອ ເປັນເວລາ 3 ເດືອນຫາ 1 ປີ, ທ່ານ ສີຊະນະ ສີສານ ຫົວໜ້າ ບກ ຜູ້ທຳອິດ ໄດ້ເວົ້າເຖິງການກໍ່ສ້າງນັກຂ່າວໃນ ເວລາ ນັ້ນວ່າ: ທັງເຮັດໄປນຳຮຽນໄປນຳ ດົນໆຈຶ່ງມີໂອກາດສົ່ງຄົນໄປຝຶກອົບຮົມຢູ່ຫວຽດນາມ ການປະຕິບັດໜ້າທີ່ວຽກງານກໍຫຍຸ້ງຍາກກັນດານທີ່ສຸດ ເພາະແມ່ນຍາມສົງຄາມທຳລາຍ, ປ່າດົງພົງໄພ ຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນສະໜາມຮົບ.


ດ້ວຍເຫດນີ້ີນັກຂ່າວຈຶ່ງຕ້ອງມີຄວາມເດັດດ່ຽວໜຽວແໜ້ນ ແລະ ເສຍສະລະທຸກສິ່ງທຸກຢ່າງ ທັງເຮັດວຽກທັງໄປລຳລຽງຂົນສົ່ງ, ທັງຈັບປືນເວນຍາມ ທັງເວັນ ແລະ ຄືນ ບາງຄັ້ງຍັງຕ້ອງໄດ້ຜັດປ່ຽນກັນຂຶ້ນປ້ອມຍິງຍົນກໍມີ.
ຍ້ອນແນວນັ້ນ ໃນໄລຍະດັ່ງກ່າວຈຶ່ງມີນັກຂ່າວເສຍຊີວິດລວມ 4 ຄົນ ຄື: ທ່ານ ໄຊສົງຄາມ ເສຍຊີວິດໃນເວລາໄປເກັບກຳຂ່າວຢູ່ບັ້ນຮົບຊຽງຂວາງ, ທ່ານ ສົມຈິດ ເສຍຊີວິດໃນເວລາໄປ ເກັບກຳຂ່າວຢູ່ບັນດາແຂວງພາກເໜືອ, ທ່ານ ບຸນຊູ ເສຍຊີວິດ ໃນເວລາກັບມາແຕ່ໄປສົ່ງຂ່າວ ຖືກຍົນຍິງ ແລະ ທ່ານ ຄຳເສັງ ເສຍຊີວິດຍ້ອນຖືກລະເບີດບົ່ມບີ ໃນເວລາຊົ່ວໂມງອອກແຮງ ງານເພີ່ມພູນຜະລິດຜົນ ແລະ ຈຳນວນໜຶ່ງໄດ້ຮັບບາດເຈັບ.

ປີ 1973 ມີການເຈລະຈາຢຸດຍິງ ແລະ ນຳໄປສູ່ການເຊັນສັນຍາ ແລະ ອະນຸສັນຍາ ຖືກຕ້ອງປອງດອງຊາດ ຢູ່ວຽງຈັນ ໃນວັນທີ 21 ມີນາ 1973.

ເພື່ອຮັບໃຊ້ພາລະໜ້າທີ່ດັ່ງກ່າວ ສຳນັກຂ່າວສານປະເທດລາວ ໄດ້ສົ່ງພະນັກງານຂອງຕົນ ໄປປະຈຳຢູ່ 2 ຕົວເມືອງເປັນກາງ ວຽງຈັນ ແລະ ຫລວງພະບາງ; ໃນນັ້ນ 4 ຄົນ ສົ່ງເຂົ້າວຽງຈັນ ມີ: ທ່ານ ຄຳຕາ ລໍວັນອິນ, ທ່ານ ວັນໂຍເລດ ລົດອຸທຸມ (ພະນັກງານເຕັກນິກ), ທ່ານ ມາລາຈອນ ລົດອຸທຸມ (ນັກຂ່າວ), ທ່ານ ທອງຄຳ ບຸນວິຊຽນ (ນັກຖ່າຍຮູບ), ສົ່ງໄປຫລວງພະບາງ 2 ທ່ານ ຄື: ທ່ານ ຄຳຫລ້າ ສຸລິລາດ (ນັກຖ່າຍຮູບ) ແລະ ທ່ານ ລິດຖີ ສີສຸວົງ (ນັກຂ່າວ) ມີໜ້າທີ່ບໍ່ພຽງແຕ່ຕິດຕາມຄະນະປະສົມສູນກາງ ເພື່ອເກັບກຳຂ່າວ, ຖ່າຍຮູບ ແລະ ຂຽນບົດ ພ້ອມທັງສົ່ງອອກວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໃຫ້ທັນພາກ 6 ໂມງແລງ ໃນແຕ່ລະວັນເທົ່ານັ້ນ ແຕ່ມາຮອດຕົ້ນປີ 1974 ຍັງ ມີໜ້າທີ່ຈັດພິມໃບຂ່າວສານປະເທດລາວ ລາຍວັນ ຢູ່ສຳນັກງານຜູ້ຕາງໜ້າແນວລາວຮັກຊາດ ຢູ່ວຽງຈັນ ໂດຍມີ ທ່ານນາງ ທັນດາ ແລະ ທ່ານ ສີສຸພັນ ເປັນຜູ້ຕີພິມພ້ອມຜູ້ແກວ່ງ (ພິມ) ຈັກໂລນຽວອີກ 1 ຄົນ, ການເຮັດວຽກງານສຸດທີ່ໜັກໜ່ວງ ແລະ ເຄັ່ງຕຶງຕໍ່ມາຈຶ່ງມີພະນັກງານສອງຄົນມາເພີ່ມຄື: ທ່ານ ວັນທອງ ພົມຈັນເຮືອງ ມາຈາກ B1 ແລະ ທ່ານ ຄຳສີ ຈັນທະວີທອງ ມາຈາກ ໜັງສືພິມແນວລາວຮັກຊາດ.


ນັບຕັ້ງແຕ່ນັ້ນເປັນຕົ້ນມາ ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ສືບຕໍ່ຈັດພິມຢູ່ວຽງຈັນ ຕະຫລອດມາ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ໃນເວລາຈັດພິມຄັ້ງທຳອິດ ມີບົດຂ່າວຢ່າງ ຕ່ຳ ວັນລະ 5-6 ໜ້າ ເພີ່ມຂຶ້ນເປັນ 8-10 ໜ້າ ດ້ວຍຈຳນວນພິມເບື້ຶອງຕົ້ນ 500 ສະບັບຕໍ່ວັນ ຍົກເວັ້ນວັນເສົາ ແລະ ວັນອາທິດ, ເພີ່ມຂຶ້ນເປັນ 800 ສະບັບ ແລະ ຂຶ້ນເຖິງ 1.500 ສະບັບ ຕໍ່ວັນຕາມລຳດັບ. ການພິມໃບຂ່າວ ຂ່າວສານປະເທດລາວ ຢູ່ວຽງຈັນ ໄດ້ສ້າງຄວາມສົນໃຈໃຫ້ ແກ່ຊາວວຽງຈັນ, ຫລວງພະບາງ ກໍຄື ຊາວລາວທົ່ວປະເທດ ສະແດງອອກບ່ອນໃດກໍມີຄວາມ ຕ້ອງການຈົນພວກເຮົາບໍ່ສາມາດສົ່ງໃຫ້ໄດ້ ເຮັດໃຫ້ຫາງສຽງສັງຄົມ ມີຄວາມຕື່ນຕົວ ໃນຂະນະ ດຽວກັນກໍສ້າງຄວາມຢ້ານກົວໃຫ້ແກ່ຝ່າຍວຽງຈັນ ເພາະມັນແມ່ນໃບຂ່າວໜຶ່ງດຽວຢູ່ວຽງຈັນໃນຂະນະນັ້ນ ທີ່ກ້າສ່ອງແສງຢ່າງພາວະວິໄສຖືກກັບຄວາມຈິງ, ໄວ ແລະ ທັນເຫດການທີ່ເກີດຂຶ້ນ ໃນແຕ່ລະວັນທັງມີບົດຄວາມເຜີຍແຜ່ກົນອຸບາຍອັນເລິກແລບຂອງພວກປະຕິການຂວາຈັດ ທີ່ ເຄື່ອນໄຫວມ້າງເພຄວາມຖືກຕ້ອງປອງດອງຊາດ ແລະ ມີບົດວິຈານ ຕອບໂຕ້ທຸກຖ້ອຍທຳນອງ ໃສ່ຮ້າຍປ້າຍສີ ແລະ ເສກສັນປັ້ນແຕ່ງຂອງພວກກຳອຳນາດຫຸ່ນ ຜ່ານສື່ໜັງສືພິມ ປະຕິການ ທີ່ຈຳໜ່າຍຢູ່ວຽງຈັນ.

ເພື່ອກະກຽມໃຫ້ແກ່ການຢຶດອຳນາດໃນຂອບເຂດທົ່ວປະເທດ ສຳນັກຂ່າວສານ ປະເທດລາວ ກໍໄດ້ສົ່ງນັກຂ່າວລົງຕິດແໜ້ນກັບທຸກຂະບວນການຢືດອຳນາດໃນແຕ່ລະບ່ອນເຊັ່ນ: ຢູ່ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ ສະເພາະຢູ່ ວຽງຈັນ ແມ່ນໄດ້ອອກຂ່າວ ແລະ ບົດກ່ຽວກັບການຢຶດອຳນາດຢູ່ໃນແຕ່ລະມືອງ, ກົມກອງ ແລະ ງານ ໂຮມຊຸມນຸມຢຶດອຳນາດຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດ
ຫລວງ ມ້ວນທ້າຍກໍໄດ້ເກັບກຳຂ່າວ-ຮູບພາບ ກອງປະຊຸມຜູ້ແທນປະຊາຊົນ ທົ່ວປະເທດ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການສິ້ນສຸດ ລະບອບລາຊາທິປະໄຕ ແລະ ສິ້ນສຸດສົງຄາມຮຸກຮານຂອງຈັກກະພັດ ອາເມລິກາ ແລະ ພວກລູກແຫລ້ງຕີນມືປະຕິການຢູ່ປະເທດເຮົາ.

ເມື່ອປະເທດຊາດໄດ້ຮັບການປົດປ່ອຍ ພະນັກງານ ຂອງສຳນັກຂ່າວສານປະເທດລາວ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ, ຈຳນວນໜຶ່ງແມ່ນຍົກຍ້າຍມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບເອົານັກສຶກສາ ທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນໜຶ່ງແມ່ນຮັບໃຊ້ເອົາພະນັກງານ ທີ່ເຮັດວຽກຂ່າວສານ ໃນລະບອບເກົ່າ "Lao Press" ທີ່ມີຄວາມຕື່ນຕົວມາຮັບພາລະກິດ ຂອງການປະຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາທິລາດ ນະຄອນຫລວງວຽງຈັນ.


ໃນເບື້ອງຕົ້ນນັບແຕ່ປີ 1976 ເຖິງປີ 1982 ສຳນັກຂ່າວສານປະເທດລາວ ຍັງຢູ່ ຮ່ວມກັນກັບໜັງສືພິມສຽງປະຊາຊົນ ເອີ້ນວ່າ "ສຳນັກໜັງສືພິມສຽງປະຊາຊົນ - ຂ່າວສານປະເທດລາວ" ທີ່ມີທ່ານ ສີສະໜານ ແສນຍານຸວົງ ເປັນຫົວໜ້າ, ທ່ານ ຈັນທີ ເດືອນສະຫວັນ, ທ່ານ ຈັນທອນທ່ຽງ ເທບວົງສາ ແລະ ທ່ານ ສີມອນ ຈຳປາສິດ ເປັນຮອງ.

ໃນໄລຍະນີ້ ສຳນັກຂ່າວສານປະເທດລາວ ໄດ້ມີການປັບປຸງຫລາຍດ້ານ, ມີບັນນາທິການຂ່າວພາຍໃນ ທີ່ມີສາຂາຢູ່ບັນດາແຂວງສ່ວນໃຫຍ່ໃນທົ່ວປະເທດ. ມີບັນນາທິການຂ່າວຕ່າງປະເທດເປັນພາສາ ຝຣັ່ງ-ອັງກິດ ທີ່ມີການພົວພັນກັບຫລາຍປະເທດ, ມີບັນນາທິການຮູບພາບ ຊຶ່ງສາມາດຈັດພິມວາລະສານຮູບພາບຕ່າງໆ ແລະ ມີພະແນກເຕັກນິກ ທີ່ມາສາດຮັບຂ່າວຈາກພາຍນອກ ແລະ ສົ່ງຂ່າວອອກຕ່າງປະເທດໄດ້ດ້ວຍຕົນເອງ ແລະ ນັບມື້ນັບມີການປັບປຸງໃຫ້ສາມາດນຳໃຊ້ເຄື່ອງມືທີ່ທັນສະໄໝ.

ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ 3 ຂອງພັກ (27-30/4/1982), ມາໃນຕົ້ນປີ 1983 ໄດ້ມີມະຕິຂອງສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນອອກຈາກ ກະຊວງໂຄສະນາ, ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແຍກອອກເປັນ 2 ການ ຈັດຕັ້ງໂດຍສ້າງຕັ້ງ ເປັນຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍວຽງ ແລະ ໂທລະພາບແຫ່ງຊາດ ທຽບເທົ່າ ກະຊວງ ໂດຍແມ່ນທ່ານ ສອນ ຄຳວານວົງສາ ເປັນຫົວໜ້າ ແລະ ທ່ານ ບຸນເຕັງ ວົງໄຊ ເປັນຮອງທັງຄວບຕຳແໜ່ງຫົວໜ້າອຳນວຍການໃຫຍ່ ຂ່າວສານປະເທດລາວ.

ຫລັງຈາກນັ້ນ ໃນປີຖັດມາ ສຳນັກງານຂ່າວສານປະເທດລາວ ແລະ ໜັງສືພິມສຽງປະຊາຊົນ ກໍໄດ້ແຍກອອກຈາກກັນ ກາຍມາເປັນສຳນັກຂ່າວສານປະເທດລາວ ໂດຍຈັດຕັ້ງຄະນະນຳໜຶ່ງຂຶ້ນ ເອີ້ນວ່າ: ຄະນະ ອຳນວຍການໃຫຍ່ ຂ່າວສານປະເທດລາວ ຕາມດຳລັດຂອງປະທານສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນທີ 31/3/84 ໂດຍແມ່ນ ທ່ານ ບຸນເຕັງ ວົງໄຊ ເປັນຫົວໜ້າ ໃນລະຫວ່າງປີ 1983-1988; ທ່ານ ວັນທອງ ພົນຈັນເຮືອງ ເປັນຫົວໜ້າອຳນວຍການ ໃນລະຫວ່າງປີ 1989-1998; ທ່ານ ຄຳແສນ ພົງສາ ເປັນຫົວໜ້າ ໃນລະຫວ່າງປີ 1999-2012 ແລະ ທ່ານ ສູນທອນ ຄັນທະວົງ ເປັນຫົວໜ້າອຳນວຍການ ສຳນັກຂ່າວສານປະເທດລາວ ນັບແຕ່ປີ 2012 ຈົນເຖິງປັດຈຸບັນ.

ການພົວພັນຢູ່ພາຍໃນປະເທດ, ພວກເຮົາໄດ້ມີ ເພື່ອນຮ່ວມງານ ຢູ່ 17 ແຂວງໃນທົ່ວ ປະເທດ. ນອກນີ້, ພວກເຮົາໄດ້ມີການເຊັນສັນຍາຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກັບ ສຳນັກຂ່າວສານ ບັນດາປະເທດເພື່ອນມິດ, ເປັນສະມາຊິກ ຂອງອົງການຂ່າວສານ ບັນດາ ປະເທດບໍ່ຮ່ວມກຸ່ມ ແລະ ເປັນສະມາຊິກ ທັງເປັນຄະນະບໍລິຫານງານສະໄໝໜຶ່ງ ຂອງອົງການ ຂ່າວສານ ບັນດາປະເທດ ອາຊີ-ປາຊີຟິກ ເຊິ່ງໄລຍະຜ່ານມາ ພວກເຮົາກໍໄດ້ຕັ້ງໜ້າຮ່ວມມືຍາດແຍ່ງການຊ່ວຍເຫລືອທາງດ້ານວັດຖຸ, ເຕັກນິກ, ການກໍ່ສ້າງພະນັກງານ ແລະ ແລກປ່ຽນ-ຂໍ້ມູນຂ່າວສານຂ່າວນຳກັນ ກັບບັນດາປະເທດຄູ່ສັນຍາຢ່າງເປັນປະຈຳ ໂດຍສະເພາະແມ່ນກັບ ຂ່າວສານຫວຽດນາມ, ຂ່າວສານຊິນຮວາ ຂອງ ສປ ຈີນ ແລະ ອື່ນໆ.

ນັບແຕ່ຕົ້ນຊຸມປີ 90 ມານີ້, ພວກເຮົາໄດ້ສືບຕໍ່ປັບປຸງພື້ນຖານ ວັດຖຸເຕັກນິກຄ່ອຍໆ ກ້າວເຂົ້າສູ່ບາດລ້ຽວໃໝ່ ຄື: ລົບລ້າງການນຳໃຊ້ລະບົບການຮັບ-ສົ່ງຂ່າວ ກັບທ້ອງຖິ່ນດ້ວຍ ເຄື່ອງໂທລະເລກມານຳໃຊ້ເຄື່ອງໂຟນີ, ຄອມພິວເຕີ ແລະ ໂທລະສານ, ລົບລ້າງລະບົບການຮັບ ແລະ ສົ່ງຂ່າວກັບຕ່າງປະເທດ ດ້ວຍເຄື່ອງໂທລະພິມ ແລະ ການສົ່ງຂ່າວອອກອາກາດ ໃນລະບົບຄື້ນສັ້ນ ມາເປັນລະບົບເຄື່ອງຄອມພິວເຕີ ແລະ ເຄື່ອງຮັບຂ່າວຜ່ານດາວທຽມ.
ຈາກຄວາມຕັ້ງໜ້າໃນຫລາຍດ້ານ ທີ່ກ່າວມານັ້ນ ຈຳນວນຜະລິດຕະພັນ ຂອງຂ່າວສານ ປະເທດລາວ ກໍໄດ້ຮັບການປັບປຸງທາງດ້ານເນື້ອໃນ ແລະ ຂະຫຍາຍຕື່ມເປັນກ້າວໆ ແລະ ໄດ້ມີ:

- ໃບຂ່າວພາຍໃນປະເທດ ແລະ ຂ່າວໂລກທີ່ເປັນພາສາລາວ ລາຍວັນ.
- ໃບຂ່າວຄົ້ນຄວ້າ ລາຍວັນ.
- ໃບຂ່າວພາສາຝຣັ່ງ ລາຍວັນ.
- ໃບຂ່າວພາສາອັງກິດ ລາຍວັນ.
- ວາລະສານປະເທດລາວ ແລະ ພາສາອັງກິດ ລາຍໄຕມາດ.
- ຮູບພາບສຳຫລັບການໂຄສະນາ ແລະ ອື່ນໆ.


ນັບແຕ່ປີ 2000 ເປັນຕົ້ນມາ, ສໍານັກຂ່າວສານປະເທດລາວ ກໍໄດ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢູ່ໃນເງື່ອນໄຂພາຍໃນ ແລະ ສາກົນທີ່ຜັນແປໄປຢ່າງສັບສົນ ເຊິ່ງມີທັງກາລະໂອກາດດີ ແລະ ສິ່ງທ້າທາຍຫລາຍຢ່າງ.

ເຖິງຢ່າງໃດກໍຕາມ, ສຳນັກຂ່າວສານປະເທດລາວ ກໍໄດ້ຮັບການຊີ້ນຳ-ນຳພາຈາກພັກແລະ ລັດຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII, VIII ແລະ IX ຂອງພັກ, ມະຕີກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນ ໃນໄລຍະໃໝ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ ກໍຄື ການຊີ້ນຳນຳພາຂອງ ຄະນະພັກ ແລະ ຄະນະນຳກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງໄດ້ກາຍເປັນແນວຄິດຊີ້ນຳ, ເປັນທິດທາງ ແລະ ແຜນການສູ້ຊົນຂອງສຳນັກຂ່າວສານປະເທດລາວຕະຫລອດມາ,

ອັນໄດ້ເຮັດໃຫ້ສຳນັກຂ່າວສານພວກເຮົາຄ່ອຍໆໄດ້ມີການປັບປຸງ, ຍົກສູງຄຸນນະພາບ ແລະ ພັດທະນາດີຂຶ້ນເປັນກ້າວໆມາ ໂດຍສະເພາະ ມາເຖິງປີ 2012 ກໍໄດ້ດຳເນີນການປັບປຸງໂຄງປະກອບກົງຈັກການຈັດຕັ້ງຄືນໃໝ່ໃຫ້ສອດຄ່ອງ, ແທດເໝາະກັບເງື່ອນໄຂຕົວຈິງຂອງການພັດທະນາ ເຕັກນິກ, ເຕັກໂນໂລຊີ ແລະ ຂະຫຍາຍເພີ່ມຜະລິດຕະພັນຂອງສຳນັກ, ແຕ່ກໍຍັງຮັກສາຈຳນວນ 10 ພະແນກ ຄື: ພະແນກຄຸ້ມຄອງບໍລິການ, ພະແນກຈັດຕັ້ງ-ພະນັກງານ, ພະແນກບັນນາທິການຂ່າວພາຍໃນ, ພະແນກບັນນາທິການຂ່າວໂລກ, ພະແນກຮູບພາບ-ສຳເນົາ, ພະແນກເວບໄຊ-ເຕັກນິກ, ພະແນກບັນນາທິການໜັງສືພິມປະເທດລາວ ແລະ ພະແນກບັນນາທິການໜັງສືພິມ ແລະ ວາລະສານພາສາຕ່າງປະເທດ ເປັນພະແນກບັນນາທິການໜັງສືພິມພາສາຕ່າງປະເທດ (KPL News), ພະແນກບັນນາທິການຂ່າວພາສາຕ່າງປະເທດ ແລະ ພະແນກວາລະສານ ປະເທດລາວ.

ຕະຫລອດໄລຍະຜ່ານມາ ສຳນັກຂ່າວສານປະເທດລາວ ກໍໄດ້ມີການປັບປຸງ, ຍົກລະດັບ ແລະ ຈັດວາງສັບຊ້ອນພະນັກງານ ແລະ ລັດຖະກອນຢ່າງຕໍ່ເນື່ອງ.

ປີ 2017 ນີ້ , ສຳນັກຂ່າວສານປະເທດລາວ ມີຈຳນວນພະນັກງານລັດຖະກອນທັງໝົດ 89 ຄົນ, ຍິງ 39 ຄົນ ແລະ ໄດ້ຮັບການຍົກລະດັບສູງຂຶ້ນ ເປັນລຳດັບ ໃນນັ້ນ, ລະດັບວິຊາສະເພາະ ຈົບປະລິນຍາໂທ 10 ຄົນ, ຍິງ 03 ຄົນ; ປະລິນຍາຕີ 50 ຄົນ, ຍິງ 23 ຄົນ; ຊັ້ນສູງ 16 ຄົນ, ຍິງ 08 ຄົນ; ຊັ້ນກາງ 10 ຄົນ, ຍິງ 04 ຄົນ ແລະ ຊັ້ນຕົ້ນ 03 ຄົນ, ຍິງ 01 ຄົນ.

ມາເຖິງປັດຈຸບັນ ສຳນັກຂ່າວສານປະເທດລາວ ໄດ້ມີຄວາມພະຍາຍາມປັບປຸງຄຸນນະ ພາບຜະລິດຕະພັນຂອງຕົນຢ່າງຕໍ່ເນື່ອງ. ສຳລັບວຽກງານຂ່າວ ກໍໄດ້ດຳເນີນການປັບປຸງຜະລິດຕະພັນໃບຂ່າວລາຍວັນດ້ວຍເນື້ອໃນ ທີ່ຫລາກຫລາຍ ແລະ ພັດທະນາ ໃຫ້ຂະຫຍາຍຕົວ ແລະ ກ້າວໄປສູ່ຄຸນນະພາບໃໝ່ ດ້ວຍການຍົກລະດັບປະລິມານ ແລະ ຄຸນນະພາບຂອງຂ່າວ ຂຶ້ນອີກບາດກ້າວໜຶ່ງ ເພື່ອສ່ອງແສງເຫດການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ ກວ້າງຂວາງເລິກເຊິ່ງ, ມີເນື້ອໃນໜັກແໜ້ນ ແລະ ວ່ອງໄວ, ທັນເຫດການ ແລະ ຊັດເຈນ, ຕອບສະໜອງຂໍ້ມູນຂ່າວສານດ້ານເຕັກນິກ-ວິທະຍາສາດ, ວິທະຍາການ ແລະ ອື່ນໆ ທັງຢູ່ ພາຍໃນ ແລະ ສາກົນ ຢ່າງເໝາະສົມ ແລະ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະໃຫ້ແກ່ບັນດາສື່ຕ່າງໆ ແລະ ມວນຊົນ ຕາມພາລະບົດບາດຂອງສຳນັກຂ່າວສານປະເທດລາວ, ທັງສ້າງເງື່ອນໄຂໃຫ້ບັນດາແຂວງໃນທົ່ວປະເທດ ໄດ້ຮັບຂໍ້ມູນຂ່າວສານຕ່າງໆດັ່ງກ່າວໃນແຕ່ລະວັນ.


ນອກຈາກການປັບປຸງ ແລະ ຍົກລະດັບເນື້ອໃນແລ້ວພວກເຮົາຍັງໄດ້ເພີ່ມຜະລິດຕະ ພັນໃໝ່ ຕື່ມອີກໂດຍສະເພາະໃນ ວັນທີ 1 ມັງກອນ ປີ 2001, ສຳນັກຂ່າວສານປະເທດລາວ ກໍໄດ້ສ້າງຕັ້ງ ແລະ ຈັດພິມໜັງສືພິມປະເທດລາວລາຍວັນ (ພາສາລາວ) ສະບັບທຳອິດ ເປັນສີຂາວດຳປະກອບມີ 8 ໜ້າ ແລະ ມີຍອດການພິມເບື້ອງຕົ້ນ 4.000 ສະບັບຕໍ່ມື້, ຂະນະທີ່ການຈັດສົ່ງຕົ້ນສະບັບເຂົ້າໂຮງພິມກໍຍັງມີຄວາມຫຍຸ້ງຍາກຫລາຍ, ເພາະວ່າ ຕ້ອງໄດ້ໃຫ້ພະນັກງານໄປສົ່ງເຂົ້າໂຮງພິມດ້ວຍຕົນເອງ, ແຕ່ໃນໄລຍະ 5-6 ປີຕໍ່ມາ ກໍໄດ້ສືບຕໍ່ພັດທະນາເນື້ອໃນ ຂອງ ໜັງສືພິມທີ່ອຸດົມສົມບູນ, ມີຫລາກຫລາຍ ຄໍລຳ ກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປກຊ-ປກສ ລວມແລ້ວມີຫລາຍກວ່າ 20 ຄໍລຳ ແລະ ເພີ່ມການພິມເປັນ 12 ໜ້າ, ສອດສີໜ້າ ໜັງສືພິມໜ້າທຳອິດດ້ວຍລະບົບໂປຣແກຣມຄອມພິວເຕີ ແລະ ການຈັດສົ່ງຕົ້ນສະບັບເຂົ້າໂຮງພິມດ້ວຍລະບົບເຕັກນິກ ການສື່ສານທີ່ທັນສະໄໝຈົນມາເຖິງປັດຈຸບັນ.


ນອກຈາກນັ້ນ ສຳນັກຂ່າວສານພວກເຮົາ ກໍໄດ້ມີຄວາມພະຍາຍາມ ເລັ່ງພັດທະນາ ຍົກລະດັບ ການພິມຈາກການພິມເປັນໃບຂ່າວພາສາຕ່າງປະເທດ KPL News ມາເປັນ ໜັງສືພິມລາຍວັນຂາວດຳ (ພາສາອັງກິດ ແລະ ຝຣັ່ງ) ດ້ວຍຍອດການພິມເບື້ອງຕົ້ນ 300 ສະບັບຕໍ່ມື້ ແລະ ຕໍ່ມາໃນປີ 2012 ກໍໄດ້ພັດທະນາຂຶ້ນດ້ວຍການເພີ່ມການພິມສອດສີໜ້າ ທຳອິດ ແລະ ຢຸດຕິການພິມໜ້າໜັງສືພິມທີ່ເປັນພາສາຝຣັ່ງ ແລ້ວປ່ຽນມາເປັນການກະຈາຍ ຂ່າວຜ່ານເວບໄຊແທນ ຈົນມາເຖິງປັດຈຸບັນ. ນອກຈາກການຈັດພິມໜັງສືພິມແລ້ວ,

ນັບແຕ່ປີ 2012 ເປັນຕົ້ນມາ, ຄະນະບັນນາທິການໜັງສືພິມ ດັ່ງກ່າວ ຍັງໄດ້ຈັດສົ່ງຂ່າວສັ້ນ ຜ່ານລະບົບໂທລະສັບມືຖື ແລະ ສົ່ງຂ່າວ-ຮູບພາບຜ່ານສື່ອອນລາຍໂດຍການຮ່ວມມືກັບ ບໍລິສັດລາວໂທລະຄົມ ອີກດ້ວຍ. ນອກຈາກນັ້ນ ນັບແຕ່ຕົ້ນປີ 2015 ເປັນຕົ້ນມາ, ຄະນະນຳ ສຳນັກຂ່າວສານປະເທດລາວ ຍັງໄດ້ຕົກລົງໃຫ້ມີການນຳສະເໜີຂ່າວ, ຮູບພາບ ແລະ ຄລິບຂ່າວ ວິດີໂອ ຢູ່ໃນໜ້າ ເວບໄຊ ຂອງສຳນັກ ແລະ ຢູ່ໃນສື່ສັງຄົມອອນລາຍ (ເຟດສະບູກ) ອອກຊື່ ປະເທດລາວ ແລະ KPL News ຕື່ມອີກ.

ສຳລັບວາລະສານປະເທດລາວ ລາຍໄຕມາດ (3 ເດືອນ) ທີ່ໄດ້ຢຸດຕິການຈັດພິມມາ ແຕ່ທ້າຍຊຸມປີ 90 (1997-2000) ເນື່ອງຈາກຂາດງົບປະມານ, ແຕ່ມາເຖິງປີ 2012 ກໍໄດ້ມີ ການຈັດພິມຄືນໃໝ່ດ້ວຍການໃຫ້ທຶນຊ່ວຍເຫລືອການພິມຂອງສຳນັກຂ່າວສານຫວຽດນາມໂດຍເລີ່ມຕົ້ນສະບັບທຳອິດໃນເດືອນມັງກອນ ປີ 2012 ເຊິ່ງມີຍອດການພິມ 1.000 ສະບັບ ແລະ ຫລັງຈາກນັ້ນພຽງ 2 ປີ ຄືນັບແຕ່ ຕົ້ນປີ 2014 ເປັນຕົ້ນມາ ຈົນເຖິງປັດຈຸບັນ, ສຳນັກຂ່າວສານປະເທດລາວ ກໍໄດ້ຈັດພິມວາລະສານດັ່ງກ່າວດ້ວຍງົບປະມານວິຊາການຂອງຕົນເອງ.

ສັງລວມແລ້ວ, ສຳນັກຂ່າວສານປະເທດລາວ ໄດ້ດຳເນີນການປັບປຸງ ແລະ ພັດທະນາຜະລິດຕະພັນຂອງຕົນມາໂດຍຕະຫລອດ ເຊິ່ງມາຮອດປັດຈຸບັນນີ້ ສຳນັກຂ່າວສານປະເທດລາວ ມີຜະລິດຕະພັນທັງໝົດຄື: ໃບຂ່າວລາຍວັນ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວ ລາຍວັນ, ໜັງສືພີມພາສາຕ່າງປະເທດ KPL News (ພາສາອັງກິດ), ວາລະສານປະເທດລາວ ລາຍໄຕມາດ ແລະ ອື່ນໆ ບົນພື້ນຖານແຫ່ງການພັດທະນາຫັນເປັນທັນສະໄໝ ແລະ ການຂະ ຫຍາຍຕົວ ຂອງເຕັກໂນໂລຊີໃນຍຸກສະໄໝ ໂລກາພິວັດ.

ການພັດທະນາວຽກງານເຕັກນິກ-ເວບໄຊ ແລະ ຮູບພາບ: ເນື່ອງຈາກໃນໄລຍະຕົ້ນປີ 2000 ເປັນໄລຍະທີ່ມີການນຳໃຊ້ລະບົບເຕັກນິກ ການສື່ສານທາງອິນເຕີເນັດ ຍັງບໍ່ທັນສະໄໝປານໃດ, ການກະຈາຍຂ່າວ ຜ່ານເວບໄຊ ກໍຍັງຢູ່ໃນໄລຍະທົດລອງນຳໃຊ້, ພະນັກງານລັດຖະກອນຍັງບໍ່ທັນເຂົ້າເຖິງການນຳໃຊ້ລະບົບຄອມພິວເຕີຫລາຍປານໃດ, ການຮັບ-ສົ່ງຂ່າວລະຫວ່າງ ສູນກາງ ແລະ ແຂວງຕ່າງໆກໍຍັງນຳໃຊ້ລະບົບວິທະຍຸຄື້ນສັ້ນ ແລະ ອື່ນໆ, ແຕ່ດ້ວຍຄວາມພະຍາຍາມ ຂອງ ຄະນະນຳສຳນັກຂ່າວສານປະເທດລາວ ຈຶ່ງໄດ້ຕັດສິນໃຈຍົກລະດັບ ແລະ ພັດທະນາລະບົບເຕັກນິກການສື່ສານອິນເຕີເນັດໃຫ້ສາມາດເຊື່ອມຕໍ່ກັບໂລກໄດ້ດ້ວຍການຂະຫຍາຍລະບົບອິນເຕີເນັດ ແລະ ເວບໄຊ ສໍາລັບການກະຈາຍຂໍ້ມູນຂ່າວສານຕ່າງໆ ຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ ແລະ ປັບປຸງປ່ຽນຊື່ເປັນ www.kpl.net.la ໃນປີ 2010 ແລະ www.kpl.gov.la ໃນປີ 2014 ຕາມລຳດັບ, ເຊິ່ງມີລະບົບຄວບຄຸມ ທີ່ເອີ້ນວ່າ ເຊີບເວີ (SERVER) ເປັນຂອງຕົນເອງ, ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນຜະລິດຕະພັນຕ່າງໆ ຂອງສຳນັກໄວ້ໃນສາງເກັບຮັກສາແບບຈຸດດຽວ.

ແຕ່ເນື່ອງຈາກຄວາມຮຽກຮ້ອງຕ້ອງການ ໃນການພັດທະນາລະບົບເຕັກນິກການການສື່ສານໃຫ້ທຽມທັນກັບສາກົນ ແລະ ເງື່ອນໄຂຂອງສັງຄົມໂດຍລວມ, ໃນປີ 2014 ທີ່ຜ່ານມາ, ຄະນະນຳສຳນັກກໍໄດ້ຕົກລົງດຳເນີນການປັບປຸງພັດທະນາ ແລະ ຂະຫຍາຍລະບົບ SERVER ແລະ ປັບປ່ຽນໜ້າເວບໄຊ ດ້ວຍການຮ່ວມມື ແລະ ໃຫ້ການຊ່ວຍເຫລືອທຶນ ພ້ອມທັງວິຊາການ ຈາກສຳນັກຂ່າວສານຫວຽດນາມ, ຈຶ່ງເຮັດໃຫ້ການຄວບຄຸມເຕັກນິກການສື່ສານເຂົ້າສູ່ລະບົບຄົບຊຸດ, ໜ້າເວບໄຊ ກໍໄດ້ຮັບການຍົກລະດັບສູງຂຶ້ນ, ອັນເປັນການສະແດງໃຫ້ເຫັນເຖິງໂສມໜ້າໃໝ່ໃນການພັດທະນາ ເພື່ອກ້າວສູ່ທັນໂລກຂອງສຳນັກຂ່າວສານປະເທດລາວ.


ສຳລັບການຮັບ-ສົ່ງຂ່າວ ລະຫວ່າງສູນກາງ ກັບທ້ອງຖິ່ນ, ນັບແຕ່ປີ 2009 ເປັນຕົ້ນມາ, ສຳນັກຂ່າວສານປະເທດລາວ ໄດ້ສ້າງລະບົບເຄືອຂ່າຍຂ່າວສານ ຜ່ານລະບົບອິນເຕີເນັດເຊື່ອມຕໍ່ກັບທຸກແຂວງ ໃນຂອບເຂດທົ່ວປະເທດ; ເປີດກວ້າງຕາໜ່າງການຮັບ-ສົ່ງຂ່າວທັງພາຍໃນ ແລະ ຕ່າງປະເທດດ້ວຍລະບົບສາຍກົງ (ອອນລາຍ) ແລະ ບໍລິການຜະລິດຕະພັນ ຂ່າວສານ ໂດຍລະບົບຖ່າຍໂອນຂໍ້ມູນຫລື FTP ອັນໄດ້ເຮັດໃຫ້ ການຕິດຕໍ່ພົວພັນ ການສົ່ງ ຂໍ້ມູນຂ່າວສານຕ່າງໆ ມີຄວາມສະດວກຂຶ້ນ, ວ່ອງໄວ ແລະ ທັນເຫດການໃນຂອບເຂດທົ່ວປະເທດ.

ນອກຈາກການປັບປຸງ ແລະ ພັດທະນາລະບົບການສື່ສານດ້ວຍເຕັກນິກທີ່ທັນສະໄໝຂຶ້ນຕື່ມອີກບາດກ້າວໜຶ່ງແລ້ວ, ສຳນັກຂ່າວສານປະເທດລາວ ພວກເຮົາກໍໄດ້ດຳເນີນການປັບປຸງລະບົບປະມວນຮູບພາບ ແລະ ເອກະສານສຳຄັນຕ່າງໆ ແບບທັນສະໄໝ ແລະ ໃຫ້ສາມາດເກັບຮັກສາ ແລະ ນຳໃຊ້ໄດ້ໂດຍຕະຫລອດ, ເນື່ອງຈາກວ່າ ໃນໄລຍະຕົ້ນຂອງປີ 2000-2007, ສຳນັກຂ່າວສານປະເທດລາວ ຍັງເກັບຮັກສາ ຫລື ປະມວນຟີມຮູບພາບ ແລະ ເອກະສານສຳຄັນຕ່າງໆ ດ້ວຍລະບົບປະຖົມປະຖານ, ແຕ່ຕົກມາເຖິງໄລຍະຖັດມາຈຶ່ງ ເຫັນວ່າ ລະບົບທີ່ນຳໃຊ້ນັ້ນ ມີຂໍ້ຈຳກັດຫລາຍດ້ານ ແລະ ບໍ່ສາມາດ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານປະມວນຂ່າວ ໃນໄລຍະໃໝ່ທີ່ໃຫ້ມີການເປີດກວ້າງການເກັບມ້ຽນ ແລະ ບໍລິການໃຫ້ກ້ວາງຂວາງຂຶ້ນຕື່ມ ທັງພາຍໃນ ແລະ ຕ່າງປະເທດ.

ດັ່ງນັ້ນ, ມາເຖິງ ສົກປີ 2008-2009, ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ມີການດຳເນີນການພັດ ທະນາລະບົບປະມວນສຳເນົາ ເພື່ອເກັບມ້ຽນ ແລະ ບໍລິການຮູບພາບ ແລະ ເອກະສານທັງອັນເກົ່າ ແລະ ອັນໃໝ່ ດ້ວຍລະບົບຊອບແວຄອມພິວເຕີ ທີ່ມີປະສິດ ທິຜົນດ້ວຍການຕິດຕັ້ງ 2 ລະບົບຖານຂໍ້ມູນ ຫລື ເອີ້ນວ່າ DATABASE ແລະ ລະບົບ ຄວບຄຸມ ແລະ ຄຸ້ມຄອງ ຫລື SERVER ເປັນຂອງຕົນເອງທັງໝົດ, ເຊິ່ງຜົນປະໂຫຍດຈາກ ການນຳໃຊ້ລະບົບດັ່ງກ່າວແມ່ນ ສາມາດເກັບຮັກສາໄວ້ ແລະ ປະມວນ ຂໍ້ມູນທັງໝົດຂອງສຳນັກໄດ້.


ຈາກຜົນງານ ແລະ ຄຸນງາມຄວາມດີ ໃນຕະຫລອດໄລຍະ 50 ປີທີ່ຜ່ານມານັ້ນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ອອກ ລັດຖະດຳລັດ ເລກທີ 68/ສປລ, ລົງວັນທີ 25 ທັນວາປີ 1997 ມອບຫລຽນໄຊອິດສະລະ ຊັ້ນ I ແລະ ທຸງໄຊ 30 ປີ ໃຫ້ແກ່ລວມໝູ່ ສຳນັກຂ່າວສານປະເທດລາວ. ນັ້ນແມ່ນການສັງລວມຜົນງານ, ກຽດສັກສີ ຂອງສຳນັກຂ່າວສານປະເທດລາວ ພວກເຮົາຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍ
ຜົນງານ ກໍຄືກຽດສັກສີນັ້ນ ໃຫ້ເຫລື້ອມໃສຕະຫລອດໄປ.


ໃນອະນາຄົດຂ້າງໜ້າ ກໍຄື ທິດທາງແຕ່ນີ້ຮອດປີ 2020-2030, ສຳນັກຂ່າວສານປະເທດລາວຈະຕ້ອງໄດ້ບືນຕົວເພື່ອພັດທະນາຕົນເອງໃຫ້ທຽມທັນກັບສຳນັກຂ່າວສານຂອງບັນດາປະເທດໃກ້ຄຽງ ແລະ ສາກົນ ໂດຍນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ, ສືບຕໍ່ພັດທະນາເວບໄຊໃຫ້ທັນສະໄໝ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດຂໍ້ມູນຂ່າວສານກັບ ບັນດາຂະແໜງການກ່ຽວຂ້ອງທາງອິນເຕີເນັດໃນການສົ່ງຂ່າວສານ, ເກັບກຳຂ່າວໃຫ້ໄດ້ຢ່າງວ່ອງໄວ ແລະ ທັນການ, ພ້ອມທັງສ້າງພື້ນຖານເຕັກນິກ ເພື່ອການສ້າງຕັ້ງ ແລະ ພັດທະນາກອງບັນນາທິການວິດີໂອ ຂອງສຳນັກກ້າວສູ່ການເປັນຫ້ອງການບັນນາທິການໂທລະພາບຂ່າວສານປະເທດລາວ; ສ້າງ ແລະ ຂະຫຍາຍສາຂາຕາໜ່າງຂ່າວສານປະເທດລາວ ຢູ່ທ້ອງຖິ່ນໃຫ້ໄດ້ໃນຂອບເຂດທົ່ວປະເທດ, ສ້າງສາຂາຂ່າວສານຢູ່ຕ່າງປະເທດໃນບາງປະເທດທີ່ຈຳເປັນ, ສ້າງບຸກຄະລາກອນທີ່ມີຄວາມສາມາດວິເຄາະສະຖານະການ ແລະ ເຫດການຕ່າງໆ ໄດ້ຢ່າງຖືກຕ້ອງຊັດເຈນ ແລະ ທັນການ ເພື່ອເປັນກຳລັງແຮງພຽງພໍໃນການສ້າງ ແລະ ແນະນຳຫາງສຽງສັງຄົມຢ່າງຖືກຕ້ອງ, ເຕົ້າໂຮມປຸກລະດົມມະຫາຊົນທົ່ວສັງຄົມສູ້ຊົນປະຕິບັດຕາມຈຸດໝາຍ ແລະ ທິດນຳທີ່ພັກ-ລັດ ໄດ້ກຳນົດໄວ້, ສູ້ຊົນສ້າງໃຫ້ຂ່າວສານປະເທດລາວ ໄດ້ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝ ເພື່ອຍັບເຂົ້າໃກ້ຄຽງກັບບັນດາປະເທດໃນພາກພື້ນ ແລະ ສາກົນ.



------------------------------

ສະບາຍດີປີທ່ອງທ່ຽວລາວ 2018
Sabaidee Visit Laos Year 2018 

"ຢູ່ເຂດບ້ານເມືອງຂອງທ່ານ ມີສະຖານທີ່ໜ້າສົນໃຈຫຍັງແດ່ ຢາກໃຫ້ໂທລະໂຄ່ງ ຊ່ວຍປະຊາສຳພັນໃຫ້ ສົ່ງຂໍ້ມູນມາເລີຍ ທີ່ ອີເມວ tholakhong@gmail.com | LINE ID: @tholakhong ຫຼື ອິນບ໋ອກ ມາກໍ່ໄດ້.


ມາພ້ອມກັນເປັນເຈົ້າພາບທີ່ດີ ແບບຄົນລາວຂອງແທ້! ຕ້ອນຮັບແຂກທັງພາຍໃນແລະຕ່າງປະເທດ ດ້ວຍຮອຍຍິ້ມ, ຄວາມຈິງໃຈ ແລະ ມິດຕະພາບ ຕະຫຼອດປີທ່ອງທ່ຽວລາວ 2018 ແລະ ຕະຫຼອດໄປ

ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ ແລະ ຂໍຮ່ວມເປັນສ່ວນໜື່ງ ຕ້ອນຮັບປີທ່ອງທ່ຽວລາວ 2018 ຢ່າງຟົດຟື້ນ!





------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com








No comments

Powered by Blogger.