ລົດໃຫ່ຍຕໍາກັບລົດຈັກ ບາດເຈັບ 2 ຄົນ
ໜ່ວຍກູ້ໄພແຂວງຈໍາປາສັກ ລາຍງານວ່າ : ໃນວັນທີ 17/3/2018 ເວລາ 12:37 ໂມງ ໂດຍໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 2ຄົນ ເຊິ່ງຈຸດເກີດເຫດແມ່ນວົງວຽນ ຫລັກ8ໃຕ້ ໂດຍຜູ້ທີ 1 ເປັນເພດຊາຍ ອາຍຸ 16ປີ ອາຊີບ ນັກຮຽນ ບ້ານ ຫລັກ 13 ເມືອງບາຈຽງ ແຂວງຈຳປາສັກ ອາການເບື້ອງຕົ້ນ ແມ່ນມີແຜເປີດຢູ່ມື ຂ້າງຂວາ ແລະ ແຜເຖີເຫລີ້ນຢູ່ຫນ້າ. ສ່ວນຜູ້ທີ 2 ແມ່ນເພດຊາຍ ອາຍຸ 16ປີ ອາຊີບ ນັກຮຽນ ອາການເບື້ອງຕົ້ນແມ່ນຮອຍເຖີເຫຼີ້ນຢູ່ຂາຂ້າງຊ້າຍ.
ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍແຂວງເປັນທີ່ຮຽບຮ້ອຍ
ບາດເຈັບ ອຸປະຕິເຫດສຸກເສີນ ໂທ 1623 ຫຼື 0304912875 ຕະຫຼອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
No comments