ນະຄອນຫຼວງວຽງຈັນ: ລາຍງານຈາກ ສະມາຄົມອາສາກູ້ໄພນະຄອນຫຼວງ 1524 ໃຫ້ຮູ້ວ່າ ໃນວັນທີ 26 ທັນວາ 2017 ເວລາ ປະມານ 17:20ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດຈັກຕຳກັບລົດຮຸນໄດ ຢູ່ເຂດບ້ານ ນາຫອຍ ເມືອງສັງທອງ ນະຄອນຫຼວງວຽງຈັນ.
ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ. ທີ່ເກີດເຫດ ພົບເຫັນ ລົດຮ່ວມເຫດ 2 ຄັນ ຄື ລົດຮຸນໄດກະບະ 1 ຄັນ ແລະ ລົດຈັກ 1ຄັນ. ສະພາບລົດຮຸນໄດ້ແມ່ນໄດ້ຮັບຄວາມເສຍຫາຍ ທາງໜ້າດ້ານຊ້າຍ. ລົດຈັກເພເສຍຫາຍ. ໃກ້ກັບລົດຈັກ ມີຄົນເສຍຊີວິດ 1 ຄົນ ເປັນເພດຊາຍ, ໂດຍມີອາການດັ່ງນີ້ ແຂນຫັກ ຂາຫັກ ກະທົບຫົວ ແລະ ໄດ້ເສຍຊີວີດຄາທີ່.
ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ປະສານງານຫາເຈົ້າໜ້າທີ່ແລະຍາດພີ່ນ້ອງຂອງຜູ້ເສີຍຊີວິດເພື່ອນຳສົບໄປທຳພິທີທາງສາດສະໜາ ພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດພີ່ນ້ອງດ້ວຍ. ສ່ວນສາເຫດ ແລະ ການດຳເນີນສອບສວນ ເຈົ້າໜ້າທີ່ກ່ຽວຂອງຈະດຳເນີນການຕໍ່ໄປ.
ພົບເຫດສຸກເສີນແຈ້ງ 1624 ໃນນະຄອນຫຼວງວຽງຈັນ.
ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com


0 Comments