ຜ່ານມາພວກເຮົາກໍ່ໄດ້ສົ່ງຂ່າວຫາທາງນາຍບ້ານແລ້ວ ເພື່ອຫວັງໃຫ້ບໍລິສັດສຳປະທານ ເພິ່ນມາສີດລ້າງທາງໃຫ້ສະອຽດຈົບງາມຄືນ ແຕ່ທາງບໍສິສັດເພິ່ນກໍ່ເຮັດໃນລັກສະນະແກ້ໜ້າ ຄືເອົາລົດຫົດນ້ຳມາຫົດຫົນທາງ ເຊິ່ງມັນກໍ່ບໍ່ຊ່ວຍຫຍັງໄດ້ ເພາະເປັນທາງຄອນກີດ ນ້ຳມາຫົດກໍ່ຍັງເປັນນ້ຳຂີ້ຕົມຢູ່ທາງຄືເກົ່າ ເມື່ອນ້ຳແຫ້ງກໍ່ເປັນດິນຝຸ່ນ ເຊິ່ງມັນບໍ່ຄືກັບທາງດິນທຳມະດາ ນອກຈາກວ່າຈະສີດລ້າງດິນຢູ່ຫົນຫາງ ເພື່ອລົງທໍ່ລະບາຍຈຶ່ງຈະຊ່ວຍແກ້ບັນຫາໄດ້ ໄລຍະເວລາທີ່ລົດບັນທຸກມາຂົນດິນນັ້ນກໍ່ໄດ້ຫຼາຍເດືອນແລ້ວ ແລະຍັງຈະສືບຕໍ່ອີກດົນນານ, ຊະນັ້ນພວກເຮົາຈຶ່ງຂໍຄວາມຊ່ວຍເຫຼືອມາຍຍັງ ເພຈໂທລະໂຄ່ງ ເພື່ອເປັນກະບອກສຽງຊ່ວຍແກ້ໄຂບັນຫາຄວາມທຸກຂອງພວກເຮົາ ແລະທັງເປັນການຮັກສາສົມບັດຂອງຊາດເຮົາດ້ວຍ. (ມີພາບປະກອບ)
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com


0 Comments