ທ່ານ ດຣ ຫຸມເພັງ ສີບຸນເຮືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການສາລະນະສຸກເມືອງຂື້ນໄດ້ລາຍງານການຈັດຕັ້ງປະຕິບັດໂດຍຫຍໍ້ກ່ຽວກັບແຕ່ລະກິດຈະກໍາຂອງຫ້ອງການສາທາລະນະສຸກໃນໄລຍະ 1 ປີ ຜ່ານມາ ເຫັນວ່າແຕ່ລະວຽກງານສາມາດບັນລຸ ແລະ ກວມເອົາຕົວເລກເປີເຊັນສູງໂດຍສະເພາະແມ່ອັດຕາການຟາກທ້ອງ 1 ຄັ້ງ 4ຄັ້ງ, ການມາເກີດລູກຢູ່ໂຮງໝໍ ຫຼື ສຸກສາລາ, ວຽກງານການສັກຢາ ແລະ ຢອດຢາໃຫ້ແກ່ເດັກເກນອາຍຸ ແລະ ວຽກງານອື່ນໆ ໃນ 8 ແຜນງານຂອງວຽກງານສາທາລະນະສຸກກໍ່ສາມາດບັນລຸຕາມຄາດໝາຍຕາມແຜນປີທີ່ວາງໄວ້. ພ້ອມນີ້ທ່ານ ດຣ ອໍາພອນ ພະລາມມີໄຊ ຫົວໜ້າພະແນກສາທາລະນະສຸກແຂວງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂອງເມືອງກໍ່ຄືຫົວໜ້າກຸ່ມພັດທະນາແຕ່ລະກຸ່ມທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອວຽກງານສາທາລະນະສຸກຈົນສາມາດບັນລຸໄດ້ຕາມຄາດໝາຍ ພ້ອມນີ້ທ່ານກໍໄດ້ຮຽກຮ້ອງ ໃຫ້ການນໍາເມືອງຈົ່ງອຸ້ມຊູຊ່ວຍເຫຼື່ອແລະ ຊຸກຍູ້ວຽກງານສາທາ,ເພື່ອໃຫ້ບັນລຸ ແລະ ລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ແຕ່ນີ້ຮອດປີ 2020.
ໃນໂອກາດດັ່ງກ່າວ ທ່ານ ດຣ ອໍາພອນ ພະລາມມີໄຊ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ມອບອຸປະກອນການແພດໃຫ້ແກ່ຫ້ອງການສາທາລະນະສຸກເມືອງໄດ້ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະເພື່ອແກ້ໄຂກໍລະນີສຸກເສີນຄື: ເຄື່ອງປະຖົົ່ມພະຍາບານ1 ເຄື່ອງ,ປະລັງກາ ຫາມຄົນເຈັບ 1 ເຄື່ອງ,ເຄື່ອງປິດເລືອດ 1 ເຄືອງ ລວມມຸນຄ່າທັງໝົດ 21,000,000 ກີບ.
ຂ່າວ: ສາຄອນ ເຮີ່ ນັກຂ່າວພະແນກສາທາລະນະສຸກແຂວງ
------------------------------
ສະບາຍດີປີທ່ອງທ່ຽວລາວ 2018
Sabaidee Visit Laos Year 2018
"ຢູ່ເຂດບ້ານເມືອງຂອງທ່ານ ມີສະຖານທີ່ໜ້າສົນໃຈຫຍັງແດ່ ຢາກໃຫ້ໂທລະໂຄ່ງ ຊ່ວຍປະຊາສຳພັນໃຫ້ ສົ່ງຂໍ້ມູນມາເລີຍ ທີ່ ອີເມວ tholakhong@gmail.com | LINE ID: @tholakhong ຫຼື ອິນບ໋ອກ ມາກໍ່ໄດ້.
ມາພ້ອມກັນເປັນເຈົ້າພາບທີ່ດີ ແບບຄົນລາວຂອງແທ້! ຕ້ອນຮັບແຂກທັງພາຍໃນແລະຕ່າງປະເທດ ດ້ວຍຮອຍຍິ້ມ, ຄວາມຈິງໃຈ ແລະ ມິດຕະພາບ ຕະຫຼອດປີທ່ອງທ່ຽວລາວ 2018 ແລະ ຕະຫຼອດໄປ
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ ແລະ ຂໍຮ່ວມເປັນສ່ວນໜື່ງ ຕ້ອນຮັບປີທ່ອງທ່ຽວລາວ 2018 ຢ່າງຟົດຟື້ນ!
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com


0 Comments