ແຂວງຈໍາປາສັກ : ລາຍງານຈາກໜ່ວຍກູ້ໄພແຂວງຈໍາປາສັກ 1623 ວ່າ: ໃນວັນທີ 18/3/2018 ເວລາ 15:30 ນາທີ ເກີດອຸບັດຕີເຫດຕໍາຊ້ອນ 3 ຄືລົດຈັກຕໍາລົດໃຫຍ່ແລ້ວມາຕໍາເອົາລົດຈັກ ໂດຍຈຸດເກີດເຫດ ຫຼັກ24 ເມືອງປາກຊ່ອງ ແຂວງຈໍາປາສັກ.
ໃນຈຸດເກີດເຫດພົບຜູ້ເສຍຊີວິດ 1ຄົນ ເຊິ່ງຂໍ້ມູນເບື້ອງລະບຸວ່າເປັນ ເພດຊາຍ ອາຍຸ 27ປີ ອາຊີບ ທະຫານ ບ້ານ ບັງລຽງ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ໂດຍອາການເບື້ອງຕົ້ນກະທົບຢ່າງຮຸນແຮງຈາກເຫດປະທະ ເຮັດໃຫ້ຊີວິດຄາທີ່ເກີດເຫດ. ດັ່ງນັ້ນ , ໜ່ວຍກູ້ໄພມູນນິທິ ແຂວງຈຳປາສັກຈຶ່ງໄດ້ນຳສົ່ງສົບກັບບ້ານຜູ້ກ່ຽວເພື່ອຍາດພີ່ນ້ອງປະກອບພິທີທາງສາດສະໜາຕໍ່ໄປ.
ບາດເຈັບ ອຸປະຕິເຫດສຸກເສີນ ໂທ 1623 ຫຼື 0304912875ຕະຫຼອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພແຂວງຈໍາປາສັກ
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments