ບໍລິຄຳໄຊ: ລາຍງານຈາກປະຊາຊົນໃຫ້ຮູ້ວ່ ໃນຕອນບ່າຍ ວັນທີ 26 ມີນາ 2018 ເກີດເຫດ ຄົນເມົາຢາບ້າ ແລ້ວອາລະວາດ. ຈູດເຮືອນ ໄໝ້ ໄປແລ້ວ 3 ຫຼັງ. ທີ່ ເມືອງວຽງທອງແຂວງບໍລິຄຳໄຊ.
ຂໍ້ມູນໃຫ້ຮູ້ວ່າ ລູກຊາຍຕິດຢາບ້າ ແລ້ວເກີດອາລະວາດກ່ອນຈະລົງມືຈູດເຮືອນ ແລ້ວລາມໄປໄໝ້ເຮືອນໃກ້ຄຽງ ລວມ 3 ຫຼັງ. ທັງເຈົ້າໜ້າທີ່ ແລະ ປະຊາຊົນ ໄດ້ພາກັນຊ່ວຍດັບໄຟ ແຕ່ເນື່ອງຈາກໄຟຮຸນແຮງ ຈິ່ງສະກັດໄວ້ບໍ່ໄດ້ ເຮັດໃຫ້ເຮືອນໄໝ້ກ້ຽງ.
ເຈົ້າໜ້າທີ່ ໄດ້ກັກຜູ່ກໍ່ເຫດ ແລະ ຈະດຳເນີນ ການຕໍ່ໄປ. ສະແດງຄວາມເສຍໃຈ ກັບຄອບຄົວເຄາະຮ້າຍ.
ຂໍໃຫ້ທຸກຄົນຊ່ວຍກັນປາບປາມ ບັນຫາຢາເສບຕິດ ເພາະມັນເປັນໄພອັນຕະລາຍ ແລະ ສົ່ງຜົນຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ.
ພາບຄລິບ ແລະຂ່າວ: Kheit Sk
ຊົມຄລິບ
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments