ລາຍງານຈາກໜ່ວຍກູ້ໄພ ວ່າ : ໃນວັນທີ17/03/2018 ເວລາ09:15 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດລົດຈັກຕຳກົ້ນລົດ10ລໍ້ ຈຸດເກີດເຫດແມ່ນຢູ່ໜ້າແສງເດືອນຟາມດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເມື່ອໜ່ວຍກູ້ໄພມູນນິທິອອກກວດສອບເຫດພົບວ່າມີຄົນເຈັບ1ຄົນ ເຊິ່ງເບື້ອງຕົ້ນຄົນເຈັບເປັນເພດຊາຍ ແລະ ບໍ່ຮູ້ຊື່ບໍ່ຮູ້ບ້ານ ໂດຍອາການຄົນເຈັບເບື້ອງຕົ້ນແມ່ນ ບໍ່ໄດ້ສະຕິ ແລະ ມີບາດຈີກຢູ່ແກ້ມ
ດັ່ງນ້ນ,ໜ່ວຍກູ້ໄພມູນນິທິຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ
ເຈັບປ່ວຍສຸກເສີນໂທ1623ຟຣີຕະຫຼອດ24ຊົ່ວໂມງ (ຈຸດດົງໂດກ)
ຂໍ້ມູນ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments