ໃນວັນທີ 26 ມີນາ 2018 ເກີດເຫດບໍ່ຄາດຝັນເດັກນັກຮຽນປະຖົມຢູ່ໂຮງຮຽນຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ມີອາການປວດຮາກ ແລະ ຖອດທ້ອງ (ຮາກແຕກຮາກແຕນ ) ພາຍຫຼັງທີ່ກິນຂະໜົມຫຍີ່ຫໍ້ Zestar Jelly Drink ເປັນຫອດມາໃນຮູບແບບເຈລລີ . ປັດຈຸບັນ ເດັກນ້ອຍທີ່ປະສົບເຫດໄດ້ນໍາສົ່ງໄປຮັກສາໂຕທີ່ໂຮງໝໍຢູ່ເຂດໃກ້ຄຽງແລ້ວ ແຕ່ຜູ້ເປັນນ້ອງຍັງມີອາການຮາກຢູ່.
ຂໍ້ມູນຈາກຜູ້ໃຊ້ເຟສບຸກຊື່ ก๋อด จอนันทา ລະບຸງວ່າເປັນຜູ້ປົກຄອງເດັກ ເຊິ່ງໄດ້ເປີດເຜີຍວ່າຂະໜົມທີ່ລູກຂອງຕົນຊື້ມາກິນແມ່ນຂະໜົມນໍາເຂົ້າຈາກຕ່າງປະເທດທີ່ມີຂາຍຊະຊາຍຢາຍຢັງຕາມໂຮງຮຽນໂດຍສະເພາະຊັ້ນປະຖົມ . ສໍາລັບເຫດການລັກສະນະແບບນີ້ຜ່ານມາກໍເຄີຍມີກໍລະນີເກີດຂຶ້ນມາແລ້ວ ແຕ່ພໍ່ແມ່ຜູ້ປົກຄອງ ຄູອາຈານ ລວມເຖິງເຈົ້າໜ້າທີ່ສາທາລະນະຍັງສຸກຖືເບົາເລື່ອງນີ້.
ຝາກເປັນເລື່ອງອຸທາຫອນສໍາລັບທຸກພາກສ່ວນ :
1.ຜູ້ປົກຄອງທຸກໆທ່ານໃນການເອົາໃຈໃສ່ລູກຫຼານ ເລື່ອງການຊື້ເຂົ້າໜົມໃຫ້ລູກກິນ ຕ້ອງກວດການແຫຼ່ງທີ່ມາ , ເຄື່ອງ ອຢ , ແຫຼ່ງຜູ້ຜະລິດ ແລະ ຜູ້ນໍາເຂົ້າມາຈໍາໜ່າຍ ພ້ອມກັບກວດເບິ່ງວັນໝົດອາຍຸຄັກແດ່ກ່ອນຊື້ມາໃຫ້ລູກກິນ.
3. ສໍາລັບໂຮງຮຽນທີ່ອະນຸຍາດໃຫ້ພໍ່ຄ້າແມ່ຄ້າ ເຂົ້າມາສໍາປະທານ ຫຼື ຂາຍເຄື່ອງໃນໂຮງຮຽນ ຕ້ອງກວດກາ, ກວດສອບ ແລະ ມີມາດຕາການ ເລື່ອງສີ້ນຄ້າທີ່ມາຂາຍໃນໂຮງຮຽນ ວ່າມີ ເຄື່ອງ ອຢ , ແຫຼ່ງຜູ້ຜະລິດ , ບໍລິສັດຜູ້ນໍາເຂົ້າມາຈໍາໜ່າຍ ແລະ ສີນຄ້າບໍ່ທັນວັນໝົດອາຍຸ ພ້ອມທັງແນະນໍາໃຫ້ພໍ່ຄ້າແມ່ຄ້າ ຂາຍສີນຄ້າມີຄຸນນະພາບ ຫຼື ເປັນໄປໄດ້ຕ້ອງແມ່ນສີນຄ້າທີ່ເຮັດກັບມື້ຈະເປັນການດີ.
3. ສໍາລັບພາກສ່ວນສາທາ ແລະ ພາກສ່ວນທີ່ກ່ຽວຂ້ອງກັບ ອຢ ຂໍມີໜ່ວຍງານລົງກວດສອບ ແລະ ຕິດຕາມສີນຄ້າທີ່ຂາຍໃນທ້ອງຕະຫຼາດ ແລະ ໂຮງຮຽນ ເພື່ອບໍ່ໃຫ້ປະເທດລາວເຮົາກາຍເປັນບ່ອນຈໍາໜ່ວຍສີ້ນຄ້າທີ່ບໍ່ໄດ້ຄຸນນະພາບ ແລະ ສີ້ນຄ້າເຫຼົ່ານັ້ນກັບມາທໍາຮ້າຍລູກຫຼານພວກເຮົາພາຍໃນປະເທດ ຜູ້ທີ່ຈະເປັນໜໍ່ແໜງປະເທດຊາດໃນອະນາຄົດ.
ທີ່ມາ: ก๋อด จอนันทา
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments