ລາຍງານຈາກໜ່ວຍກູ້ໄພ ວັນທີ25/03/2018 ເວລາ 15:42 ນາທາ ວ່າດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດລົດໃຫຍ່ເກາະເອົາລົດຈັກແລ້ວໜີ ໂດຍຈຸດເກີດເຫດແມ່ນຢູ່ ໜ້າປໍ້ານໍ້າມັນຫຼັກ21 ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ. ເມື່ອໜ່ວຍກູ້ໄພມູນນິທິອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ. ເບື້ອງຕົ້ນຄົນເຈັບເປັນເພດຊາຍ 50ປີ ອາຊີບ ກຳມະກອນ ບ້ານຫ້ວຍຫົງ ເມືອງຈັນທະບູລີ ແຂວງນະຄອນຫຼວງວຽງຈັນ ເຊິ່ງອາການຄົນເຈັບເບື້ອງຕົ້ນແມ່ນ ກະທົບຫົວ,ຫົວແຕກໜ້າບວມຊໍ້າ ,ມີບາດແຜ່ຕາມຕົນໂຕ ແລະ ບໍ່ມີສະຕິ
ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ
ເຈັບປ່ວຍສຸກເສີນໂທ1623ຟຣີຕະຫຼອດ24ຊົ່ວໂມງ (ຈຸດດົງໂດກ)
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments