ໃນວັນທີ 10/03/2018 ເວລາ ປະມານ 23:01 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດຈັກຕຳຕົ້ນໄມ້ ບ້ານ ໂຊກນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ເຊິ່ງມີອາການແຜທະລອກຕາມຕົ້ນໂຕ ແລະ ຄີ້ວແຕກ.
ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ 103 .
ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624
ພາບ ແລະ ຂ່າວ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ
------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
LINE ID: @tholakhong | Twitter ID: @tholakhong
tholakhong@gmail.com | www.tholakhong.com
0 Comments