ກິນແບບໃດບໍ່ທຳຮ້າຍຕັບ... ທີ່ທ່ານຄວນຮູ້ !!!

ຕັບເປັນອະໄວຍະວະສຳຄັນໃນການປ່ຽນແປງສານອາຫານ, ສານເຄມີ, ຢາ ແລະ ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ແລະ ຍັງມີຫນ້າທີ່ສຳຄັນໃນການຜະລິດນ້ຳບີເພື່ອໃຊ້ໃນການຍ່ອຍໄຂມັນ ດັ່ງນັ້ນຜູ້ປ່ວຍທີ່ເປັນມະເຮັງຕັບຈຶ່ງຕ້ອງເບິ່ງແຍງຕົນເອງເປັນພິເສດໂດຍສະເພາະເລື່ອງອາຫານ.

 



 

ສານອາຫານຊະນິດທີ່ 1 ຄືໄຂມັນ

 

ຜູ້ປ່ວຍຄວນລະວັງການບໍລິໂພກໄຂມັນເປັນພິເສດ ເພາະເມື່ອມະເຮັງເກີດຂຶ້ນທີ່ຕັບເຮັດໃຫ້ການສ້າງນ້ຳບີອາດຈະມີໜ້ອຍລົງ ຖ້າກິນໄຂມັນໃນປະລິມານສູງເຂົ້າໄປໄຂມັນຈະຍ່ອຍຍາກຫລືບໍ່ສາມາດຍ່ອຍໄດ້ເຮັດໃຫ້ເກີດພາວະຖ່າຍເປັນໄຂມັນ (steatorrhea) ແໜ້ນທ້ອງ, ທ້ອງອືດ,ຈາກການທີ່ມີໄຂມັນຄ້າງຈຸລິນຊີໃນລຳໄສ້ຈະປ່ຽນໄຂມັນເປັນກາສເຮັດໃຫ້ເກີດກາສໃນທາງເດີນອາຫານ ຈຶ່ງເປັນສາເຫດຂອງອາການທ້ອງອືດ, ແໜ້ນທ້ອງໃນບາງກໍລະນີແພດ ແລະ ນັກກຳນົດອາຫານມັກຈະກຳນົດໄຂມັນສາຍປານກາງຫລື MCT (medium chain triglyceride) ໃຫ້ຜູ້ປ່ວຍທົດແທນໄຂມັນປົກກະຕິເພາະໄຂມັນຊະນິດນີ້ ຮ່າງກາຍສາມາດນຳໄປໃຊ້ໄດ້ເລີຍໂດຍບໍ່ຕ້ອງຜ່ານການປ່ຽນແປງທີ່ຕັບກ່ອນໂດຍແພດຫລືນັກກຳນົດອາຫານຈະເປັນຜູ້ສັ່ງໃຫ້ກິນໃນຮູບແບບອາຫານທາງການແພດ

 



 

ສານອາຫານຊະນິດທີ່ 2 ຄືໂປຕີນ

 

ໃນຜູ້ປ່ວຍມະເຮັງຕັບຖ້າມີອາການບວມນ້ຳທີ່ມີສາເຫດມາຈາກການມີໂປຕີນອັນບູມິນ (albumin) ຕ່ຳ ຄວນໄດ້ຮັບການເສີມອາຫານປະເພດໂປຕີນໂດຍສະພາະໄຂ່ລວກທີ່ເອົາສະເພາະສ່ວນໄຂ່ຂາວມາໃຊ້ເພາະໃນໄຂ່ຂາວຈະມີໂປຕີນອັນບູມິນຢູ່ສູງ ຄຸນສົມບັດຂອງໂປຕີນນີ້ຄືຊ່ວຍອຸ້ມນ້ຳ ດັ່ງນັ້ນຈຶ່ງສາມາດເຮັດໃຫ້ອາການບວມນ້ຳທີ່ເກີດຂື້ນມີອາການດີຂຶ້ນໄດ້ ຈຶ່ງອາດກິນໄຂ່ຂາວລວກມື້ລະ 2 ໜ່ວຍເພື່ອເພີ່ມອັນບູມິນແກ່ຮ່າງກາຍ ໃນບາງກໍລະນີຜູ້ປ່ວຍມີພາວະ Hepatic encephalopathy ຮ່ວມດ້ວຍຄືມີອາການທາງລະບົບປະສາດທີ່ເປັນສາເຫດມາຈາກຕັບໄດ້ແກ່ມຶນງົງ, ການຄວບຄຸມຕົນເອງຜິດປົກກະຕິ ອາດເຖິງຂັ້ນເກືອບໄດ້ການກິນໂປຕີນຈະໄດ້ຮັບໃນປະລິມານຫລາຍບໍ່ໄດ້ຄວນຕ້ອງໄດ້ຮັບການເບິ່ງແຍງ ແລະ ຄວບຄຸມເປັນພິເສດໂດຍສະເພາະໂປຕີນທີ່ປະກອບໄປດ້ວຍກົດອະມິໂນ ຊະນິດວົງແຫວນໄດ້ແກ່ phenylalanine ຊຶ່ງພົບຫລາຍໃນຊີ້ນສັດເປັນຕົ້ນ ດັ່ງນັ້ນຊີ້ນສັດຫລືອາຫານທີ່ເປັນແຫລ່ງຂອງໂປຕີນອື່ນທີ່ໄດ້ຮັບຕ້ອງໃຫ້ຄວາມລະມັດລະວັງເປັນພິເສດຢູ່ພາຍໃຕ້ການຄວບຄຸມເບິ່ງແຍງຂອງນັກກຳນົດອາຫານຢ່າງໃກ້ຊິດເພາະຖ້າໄດ້ຮັບສານອາຫານໂປຕີນບໍ່ຖືກຕ້ອງອາດເປັນອັນຕະລາຍເຖິງຊີວິດໄດ້ ແຕ່ຢ່າງໃດກໍ່ຕາມບໍ່ແມ່ນວ່າຜູ້ເປັນມະເຮັງຕັບຈະມີອາການດັ່ງກ່າວທຸກຄົນ ຜູ້ປ່ວຍຈຶ່ງຄວນປຶກສາແພດເພື່ອໄດ້ຮັບຄຳວິນິໄສທີ່ຖືກຕ້ອງ ເພື່ອການເບິ່ງແຍງຕົນເອງທີ່ຖືກຕ້ອງ

 



 

ສານອາຫານຊະນິດທີ່ 3 ຄື ຄາໂບໄຮເດດ

 

ສານອາຫານຊະນິດນີ້ສາມາດກິນໄດ້ຕາມປົກກະຕິຫລືອາດຈະເພີ່ມໄດ້ນຳໃນຜູ້ປ່ວຍທີ່ບໍ່ເປັນພະຍາດເບົາຫວານຫລືມີພາວະດື້ຕໍ່ອິນສຸລິນແຊກຊ້ອນ ແຕ່ຄວນເປັນຄາລໂບໄຮເດດທີ່ຍ່ອຍງ່າຍບໍ່ຄວນບໍລິໂພກທັນຍະພືດໃນປະລິມານທີ່ຫລາຍເກີນໄປ ເພາະອາດສົ່ງຜົນໃຫ້ລະບົບທາງເດີນອາຫານເຮັດວຽກຫລາຍຂຶ້ນ ແລະ ເກີດອາການແໜ້ນທ້ອງຫລາຍຂຶ້ນໄດ້.

 

ການກິນອາຫານໂດຍທົ່ວໄປຂອງຜູ້ປ່ວຍມະເຮັງຕັບພົບວ່າບາງເທື່ອອາດມີການຍ່ອຍອາຫານຍາກເຮັດໃຫ້ບໍ່ສາມາດກິນອາຫານໃນປະລິມານເທົ່າກັບຄົນປົກກະຕິທົ່ວໄປໄດ້ ເນື່ອງຈາກອາດເກີດພາວະແນ້ນທ້ອງ, ທ້ອງອືດໄດ້ງ່າຍ ດັ່ງນັ້ນໃນການກຳນົດອາຫານໃຫ້ຜູ້ປ່ວຍຖ້າພົບອາການດັ່ງກ່າວຄວນກະຈາຍອາຫານຈາກປົກກະຕິ 3 ຄາບເປັນ 5-6 ຄາບ ເຊັ່ນຈາກແຕ່ກ່ອນກິນອາຫານ 3 ຄາບເຊົ້າ, ສວາຍ, ແລງ ກໍ່ເພີ່ມເປັນເຊົ້າ ວ່າງເຊົ້າ, ສວາຍ ວ່າງສວາຍ, ແລງ, ກ່ອນນອນໂດຍໃນສ່ວນຂອງຄາລໂບໄຮເດດປະເພດເຂົ້າຖ້າໄດ້ຮັບໃນປະລິມານທີ່ຫລາຍບໍ່ໄດ້ອາດຈະໃຫ້ຜູ້ປ່ວຍໄດ້ຮັບໃນຮູບແບບຂອງນ້ຳຫວານເພີ່ມເພື່ອທີ່ຈະປ້ອງກັນການເກີດພາວະທຸບໂພສະນາການເຮັດໃຫ້ນ້ຳໜັກໂຕຫລຸດລົງຢ່າງວ່ອງໄວ ຮ່າງກາຍດຶງໂປຕີນມາໃຊ້ເຮັດໃຫ້ກ້າມຊີ້ນອ່ອນແຮງ ຊຶ່ງຖ້າເກີດພາວະດັ່ງກ່າວຈະເຮັດໃຫ້ຜູ້ປ່ວຍເກີດພາວະສ່ຽງຕໍ່ການຕິດເຊື້ອໄດ້ງ່າຍເຮັດໃຫ້ມີໂອກາດເກີດພະຍາດແຊກຊ້ອນໄດ້ສູງ.

 



 

ຜູ້ປ່ວຍມະເຮັງຕັບຄວນໄດ້ຮັບການເບິ່ງແຍງຢ່າງໃກ້ຊິດ ແລະ ໃຫ້ພໍພຽງກັບຄວາມຕ້ອງການຂອງຮ່າງກາຍປາສະຈາກສິ່ງປົນເປື້ອນ
ເພາະຖ້າໄດ້ຮັບສິ່ງປົນເປື້ອນຈະເຮັດໃຫ້ຕັບຕ້ອງເຮັດວຽກໃນການກຳຈັດສານພິດຫລາຍຂຶ້ນທີ່ສຳຄັນຜູ້ປ່ວຍມະເຮັງຕັບຈະມີການປ່ຽນແປງຂອງສະພາວະຮ່າງກາຍເກີດຂຶ້ນໄດ້ເລື້ອຍ ດັ່ງນັ້ນຄວນໄດ້ຮັບການເບິ່ງແຍງຈາກແພດຢ່າງໃກ້ຊິດ ແລະ ໄດ້ຮັບຄຳແນະນຳທາງໂພສະນາການຈາກນັກກຳນົດອາຫານເພື່ອການເບິ່ງແຍງຕົນເອງທີ່ຖືກຕ້ອງ.

Post a Comment

0 Comments