ປະຫັວດການເປັນມາມື້ບຸນຫໍ່ເຂົ້າປະດັບດິນ

ບຸນຫໍ່ເຂົ້າປະດັບດິນ

ເມື່ອເຖິງເດືອນ 9 ເຮັດບຸນເຂົ້າປະດັບດິນ ເປັນບຸນທີ່ຖວາຍທານແກ່ພຣະສົງຄ໌ຂອງລາວເຮົາອີກຄັ້ງໜຶ່ງ ຄືບຸນປະດັບດິນ, ຄຳວ່າ ເຂົ້າປະດັບດິນ ກໍໄດ້ແກ່ເຂົ້າປາອາຫານຄາວ ຫວານ ແລະຂອງຄ້ຽວທີ່ເຮົາເຮັດເປັນຫໍ່ ແລ້ວນຳໄປຖວາຍທານແດ່ ເອົາໄປຫ້ອຍໄວ້ຕາມສາລາໂຮງທັມແດ່ ຕາມຂ້າງໂບດວີຫານ ຫ້ອຍແຂວນ ໄວຕາມຕົ້ນໄມ້ ຫລື ບໍ່ກະວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າ ເຂົ້າປະດັບດິນ ການເຮັດບຸນ ມີໃຫ້ທານແລະຮັກສາສິນເປັນຕົ້ນ



ຈຸດປະສົງ: ກໍເພື່ອອຸທິດຜົນບຸນໃຫ້ເປຕະຊົນ ເຜດ ຜູ້ທີ່ລ່ວງລັບໄປແລ້ວໃຫ້ໄດ້ມີສ່ວນ ອະນຸໂມທະນາໃນກຸສົນຜົນບຸນແລ້ວໃຫ້ໄດ້ໄປເກີດຕາມຍະຖາກັມຂອງຕົນ ການເຮັດບຸນເຂົ້າປະດັບດິນນັ້ນ ເປັນຈາຄະເຈຕະນາຢ່າງກ້ວາງ ບໍ່ມີການຂີ້ຖີ່ ຫວງແຫນໃນມື້ນັ້ນ ແມ່ນແຕ່ນົກ ກາ ໝູ ໝາ ຈະອຸດົມສົມບູນອີ່ມໜໍາສຳຣານກັນທັງນັ້ນ ເພາະຕາມກົກໄມ້ ທັງໃນວັດ ແລະ ນອກວັດ ຈະເດັຍລະດາດໄປດ້ວຍເຂົ້າປະດັບດິນ ເພາະບຸນນີ້ນິຍົມເຮັດໃນເດືອນ 09 ດັບ ເຮົາຈຶ່ງເອີ້ນອີກຢ່າງໜຶ່ງວ່າ ບຸນເດືອນ 9 ດັບ



ມູນເຫດ: ຂອງການເຮັດບຸນເຂົ້າປະດັບດິນ ຄວາມເປັນມາເຣື່ອງຂອງບຸນຫໍ່ເຂົ້າປະດັບດິນ ຍາຕິພີ່ນ້ອງຂອງພຣະເຈົ້າພິມພິສານໄດ້ໄປວັດ ແລ້ວລັກກິນຂອງສົງ ຄື ບໍ່ໄດ້ຂໍກິນ ເມື່ອຕາຍໄປໄດ້ເກີດເປັນເຜດ ອຶດຢາກຫິວໂຫຍ ເຂົ້າຈະກິນກໍ່ບໍ່ມີ ຜ້າຈະນຸ່ງຫົ່ມກໍ່ບໍ່ມີ ເປັນເຜດຜີເປື່ອຍຢູ່ໃນແຖວນັ້ນ ມີມື້ໜຶ່ງພະເຈົ້າພິມພິສານເຂົ້າໄປຖວາຍທານແຕ່ບໍ່ໄດ້ ອຸທິຜົນສົ່ງໄປໃຫ້ພວກເຜດ ຍາຕິພີ່ນ້ອງ ຈຶ່ງບໍ່ໄດ້ຮັບຜົນທານ ຕ່າງກໍ່ສະແດງປະຕິກິຣິຍາຮ້ອງໄຫ້ສົ່ງສຽງໃຫ້ປະກົດແກ່ເຈົ້າພິມພິສານ ພຣະອົງສົ່ງໃສ່ວ່າແມ່ນເຫດອັນໃດນັ້ນ ຈຶ່ງໄດ້ນຳເອົາເລື່ອງນັ້ນເຂົ້າໄປຂາບທູນພຣະພຸດທະເຈົ້າ ຈາກນັ້ນ ພຣະພຸດທະອົງຈຶ່ງໄດ້ຕັດ ບອກເຣື່ອງນັ້ນໃຫ້ເຈົ້າພິມພິສານຊົງຊາບ ແລ້ວພຣະເຈົ້າພິມພິສານຈຶ່ງໄດ້ເຮັດທານ ອຸທິຜົນສົ່ງໄປໃຫ້ ພວກເຜດເຫລົ່ານັ້ນຈຶ່ງໄດ້ຮັບຜົນທານ ມີເຂົ້າປາອາຫານອຸດົມສົມບູນ ແຕ່ຍັງບໍ່ມີຜ້ານຸ່ງ ມື້ຕໍ່ມາພຣະເຈົ້າພິມພິສານຖວາຍຜ້າ ແລ້ວອຸທິດຜົນສົ່ງໄປໃຫ້ອີກ ພວກເຜດເຫລົ່ານັ້ນຈຶ່ງອຸດົມສົມບູນໄປດ້ວຍອາຫານ ພ້ອມທັງເຄື່ອງນຸ່ງຫົ່ມທຸກປະການ ດ້ວຍເຫດຜົນນີ້ຍາດຕິພີ່ນ້ອງຂອງເຮົາທັງຫລາຍທີ່ລ່ວງລັບໄປແລ້ວ ເມື່ອເຂົາເຈົ້າຍັງຢູ່ໃນເປຕະວິໄສ ຍັງບໍ່ໄດ້ໄປເກີດພວກເຂົາອຸທິດບຸນສົ່ງໄປໃຫ້ກຸສົນທີ່ເຮົາບຳເພັນໄປແລ້ວ ກໍ່ຈະອຳນວຍປະໂຍດສຸຂໃຫ້ແກ່ທັງສອງຝ່າຍ ຄື ທັງຍາດຕິພີ່ນ້ອງຂອງເຮົາ ແລະ ແກ່ຕົວເຮົາອີກດ້ວຍ



ພິທີເຮັດບຸນຫໍ່ເຂົ້າປະດັບດິນ
ມື້ແຮມ 14ຄ່ຳ ເດືອນ 9 ກຽມຫາເຄື່ອງ ອາຫານ ຄາວຫວານ ຫໍ່ເຂົ້າຕົ້ມ ເຂົ້າໜົມ ນ້ຳອ້ອຍ ນ້ຳຕານ ໝາກ ພູ ຍາດູດ ໃຫ້ຄົບເພື່ອຈະໄດ້ເຮັດທານ ແລ້ວແບ່ງສ່ວນຂອງທານນັ້ນອອກເປັນສີ່ສວນທີ່ໜຶ່ງ ເອົາໄວ້ກິນກັນໃນຄອບຄົວ ສວນທີ່ສອງແບ່ງໃຫ້ຍາດຕິພີ່ນ້ອງ ຫລື ຍາຕິມິດສະຫາຍ ບ້ານໃກ້ເຮືອນຄຽງ ສວນທີ່ສາມນັ້ນແມ່ນອຸທິດຜົນໃຫ້ແກ່ຍາດຕິພີ່ນ້ອງພໍ່ແມ່ແລະຄົນທີ່ລ່ວງລັບໄປແລ້ວ . ເຂົາຈະຫໍ່ ເປັນຫໍ່ໆໃຫ້ໄດ້ພໍສົ້ມຄວນ ເອົາໃບກ້ວຍມາຫໍ່ຂອງຫວານ 1 ຫໍ່ ຂອງຄາວ 1 ຫໍ່ ໝາກພູ ກ້ອນຍາ 1 ຫໍ່ ແລ້ວຫຍິບຕິດກັນເປັນຫໍ່ໃຫຍ່ ສ່ວນທີ່ສີ່ນັ້ນແມ່ນຕັກບາດຖວາຍພຣະສົງ ຂັ້ນຕອນ 4 ໂມງເຊົ້າ ມື້ແຮມ 15 ຄ່ຳ ເດືອນ 9 ກໍ່ຈະເອົາເຄື່ອງສວນ ທີ່ຈະເຮັດບູນໃຫ້ແກ່ຍາຕິນັ້ນ ໃສ່ກະຕ່າກະບຸງເອົາໄປຫ້ອຍໄວ້ຕາມກົກໄມ້ ຕາມຂ້າງຕ້າຍວັດ ຂ້າງວິຫານ ຫລື ຕາມຕິດ ຕາມຫຍ້າ ສ່ວນນີ້ເຮົາຖືວ່າໄດ້ອຸທິສຜົລເພື່ອບຸບພະເປຕະ ພະລີແລ້ວ ຄັ້ນແຈ້ງສະຫວ່າງເປັນມື້ແຮມ 15 ຄ່ຳແລ້ວ ກໍ່ເອົາສ່ວນທີ່ຈັດໄວ້ສຳຫລັບຖວາຍພຣະສົງນັ້ນໄປໂຮມກັນທີ່ສາລາໂຮງທັມ ໄຫວ້ພຣະຮັບສີລ ຕັກບາຕຖວາຍສັງຄະທານ ແລ້ວມີການເທດສະຫລອງ ຫລື ຈະຟັງທັມ ຫລື ຈັດໃຫ້ມີການອົບຮົມໂດຍສະແດງປະຖະກາຖາກໍ່ສຸດແລ້ວແຕ່ ສັດທາຈະຕົກລົງກັນ.



ຄຳບູຊາເຂົ້າປະດັບດິນ:
ອິມານິ ມະຍັງ ພັນເຕ ສັບພະໂພຊະນານິ ນານາ ວັດຖຸການິ ຣັດຕະນັດຕະຍັດສະ ອະພິປູເຊມະ ອັມຫາກັງ ມາຕາປີຕາທິນັງຄຸນະວັນຕານັນຈະ ໄມຫັນຈະ ທີຄະຣັດຕັງ ຫິຕາຍະ ສຸຂາຍະ
ພັນເຕ ຂ້າແຕ່ທ່ານຜູ້ຈະເລີນ ພວກຂະນ້ອຍທັງຫລາຍ ຂໍບູຊາເຊິ່ງເຂົ້າປະດັບດິນ ອັນປະກອບດ້ວຍ ວັດຖຸທານຕ່າງໆ ທັງຫລາຍເຫລົ່ານີ້ ແດ່ພຣະຣັດຕະນະໄຕ ແລະພຣະສະຖູບຮູບພຣະເຈດີ ແລະ ພຣະສີມະຫາໂພ ເພື່ອໃຫ້ເປັນປະໂຫຍດ ແລະຄວາມສຸກ ຄວາມຈະເລີນ ແກ່ພວກຂະນ້ອຍທັງຫລາຍ ຜູ້ມີຄຸນ ໝາຍມີ ບິດາ ມານດາ ຍາດຕິກາວົງສາ ແລະ ຄູອຸປັດຊາ ອາຈານເປັນຕົ້ນ ທີ່ລ່ວງລັບດັບຂັນໄປສູ່ປະລາໂລກຫນ້າແລ້ວນັ້ນ ຂໍ່ຈົ່ງມາອະນຸໂມທະນາ ສາທຸການຮັບເອົາຜົນທານດອມຝຸງຂ້າ ທັງຫລາຍທຸກຕົນ ທຸກຄົນແດ່ກໍຂ້າເຖີ້ນ.



Post a Comment

0 Comments