
ສຳຫລັບຄົົນທີ່ຮັກອາຫານຍີ່ປຸ່ນ ໂດຍສະເພາະເມນູທີ່ແຊບຊ້ອຍກໍ່ຄື ຊາຊິມິ ຫລື ປາດິບ ຄົງຮູ້ດີວ່າ ເປັນຫຍັງເຖິງຢືນຢັນໃນສະເໜ່ແບບດິບໆຈາກທຳມະຊາດ ເຊິ່ງໃນອີກມຸມຂອງຄົົນທີ່ບໍ່ມັກເລີຍ ກໍ່ບໍ່ອາດເຂົ້າໃຈໄດ້ເລີຍວ່າ ການກິນປາທີ່ບໍ່ຜ່ານການປຸງແຕ່ງ ບໍ່ຜ່ານຄວາມຮ້ອນມັນຈະແຊບໄດ້ແບບໃດ ແລະ ຈະມີປະໂຫຍດຫຍັງໄດ້ ແນ່ນອນວ່າ ອາຫານທຸກເມນູມີສອງດ້ານ ສຳລັບ ປາດິບ ມີດ້ານດີ ຄື :ຄວາມແຊບຊ້ອຍ ແລະ ຄຸນປະໂຫຍດຕໍ່ສຸຂະພາບ ແລະ ດ້ານຮ້າຍທີ່ແຝງມາ ກໍ່ມີເຊັ່ນກັນ.
ສານອາຫານທີ່ໄດ້ຈາກ ປາດິບ
ໄຂມັນ: ດ້ວຍຄວາມທີ່ອາຫານດິບຈະເນັ້ນຜັກກັບຫມາກໄມ້ ປະລິມານໄຂມັນທີ່ຮັບຈຶ່ງຢູ່ລະຫວ່າງ 20-35 ສ່ວນຮ້ອຍ ຂອງປະລິມານແຄລໍລີທັງໝົດ ທີ່ຄວນໄດ້ຮັບຈາກໄຂມັນໃນແຕ່ລະມື້ ຂໍ້ດີຄືໄຂມັນເຫລົ່ານີ້ຈະເປັນພວກໄຂມັນບໍ່ອີ່ມໂຕທີ່ດີນໍາອີກ
ໂປຕີນ: ແມ່ນຈະບໍ່ໄດ້ກິນຊີ້ນສັດຫລວງຫລາຍ ແຕ່ໂປຕີນກໍ່ຍັງຢູ່ໃນລະດັບພໍດີໆ ດ້ວຍຜັກໃບຂຽວ ເມັດພືດ ແລະ ຖົ່ວ
ຄາລໂບໄຮເດດ: ບໍ່ຫລາຍ ແລະ ບໍ່ໜ້ອຍເກີນໄປ

ເກືອ: ຕ້ອງແຍກລະຫວ່າງການກິນອາຫານແບບ Raw Food ກັບອາຫານ ຍີ່ປຸ່ນ ໂດຍຢ່າງທໍາອິດນັ້ນຈະພົບວ່າ ການກິນເກືອໜ້ອຍລົງຫລາຍ ແລະ ຢູ່ໃນປະລິມານທີ່ແນະນຳຄື ໂຊດຽມບໍ່ເກີນມື້ລະ 2,300 ມິລິກຣາມ (ຍົກເວັ້ນຜູ້ສູງອາຍຸ, ຜູ້ປ່ວຍຄວາມດັນເລືອດສູງ, ເບົາຫວານ ຫລື ພະຍາດຫມາກໄຂ່ຫລັງຊໍ້າເຮື້ອ ເຊິ່ງຈຳກັດໄວ້ບໍ່ເກີນ 1,500 ມິລິກຣາມ) ໃນທາງກົງກັນຂ້າມການໃຊ້ ໂຊຍຸ ອາດເຮັດໃຫ້ລະດັບໂຊດຽມ ສູງຂຶ້ນໄດ້ງ່າຍໆ
ປາດິບ ມີຜົນກັບພະຍາດເບົາຫວານ
ສິ່ງທີ່ເຮົາຄວນຮູ້ຄື: ການມີນ້ຳໜັກໂຕເພີ່ມຫລາຍຂຶ້ນຈາກການໄດ້ຮັບແຄລໍລີ (ບໍ່ວ່າແຄລໍລີນັ້ນຈະມາຈາກໃສກໍ່ຕາມ) ຈະເຮັດໃຫ້ລະດັບພາວະການຕ້ານອິນຊູອິນເພີ່ມຂຶ້ນ ດັ່ງນັ້ນ ໃນທາງກັບກັນ ການຫລຸດນ້ຳໜັກ ແລະ ຮັກສາໃຫ້ຢູ່ໃນລະດັບນັ້ນເອົາໄວ້ ກໍ່ຈະຊ່ວຍຫລຸດຄວາມສ່ຽງເປັນເບົາຫວານໄດ້

ຂໍ້ດີຂອງ ປາດິບ
ດີຕໍ່ຫົວໃຈ
ໂດຍທົ່ວໄປແລ້ວ ຊູຊິ ຈະໃຫ້ໂປຕີນຄຸນນະພາບດີ ແຕ່ ແຄລໍລີຕ່ຳ ມັນມີໄຂມັນອີ່ມໂຕ ແລະ ຄໍເລດເຕີລໍຢູ່ໜ້ອຍຫລາຍຈຶ່ງດີຕໍ່ຫົວໃຈ ໂດຍສະເພາະຢ່າງຍິ່ງ ແຊວມອນ ເຊິ່ງມີໂອເມກ້າ3 ຢູ່ສູງ ເຊັ່ນດຽວກັບປາທູນ້າ ສ່ວນສາລ່າຍ ຍິ່ງເຕັມໄປດ້ວຍແຮ່ທາດຫລວງຫລາຍ ເຊັ່ນ: ໄອໂອດີນ ເຊິ່ງຈຳເປັນຕໍ່ລະບົບຮໍໂມນທີ່ປົກກະຕິ ນອກຈາກນີ້ ການກິນປາດິບ ຫລື ຈຳພວກຊູຊິ ຍັງໄດ້ແມັກນີຊຽມ, ທາດເຫລັກ ແລະ ໄຟໂຕນິວຊຽນ ທີ່ເປັນສານຕ້ານອານຸມູນອິດສະລະ

ຊ່ວຍເລື່ອງຂັບຖ່າຍ
ນອກຈາກຊູຊິແລ້ວ ນ້ຳສົ້ມສາຍຊູທີ່ໃຊ້ໃນການເຮັດຊູຊິກໍ່ມີຄຸນສົມບັດຕ້ານແບັກທີເລຍເຊັ່ນກັນ ນີ້ເປັນເຫດຜົນວ່າ ເປັນຫຍັງນ້ຳສົ້ມສາຍຊູຈຶ່ງຖືກໃຊ້ໃນການນໍາອາຫານມາຕັ້ງແຕ່ບູຮານ ມັນຊ່ວຍເລື່ອງການຂັບຖ່າຍ ຫລຸດຄວາມສ່ຽງເປັນຄວາມດັນເລືອດສູງ
ຂໍ້ເສຍຂອງ ປາດິບ

ແຄລໍລີແຝງມານໍາ
ເພາະເຄື່ອງປຸງສ່ວນໃຫຍ່ຂອງ ຊູຊິ ຈະຖືກມ້ວນ ຫລື ປັ້ນເປັນກ້ອນນ້ອຍໆ ບາງເທື່ອກໍ່ອາດຈະລືມໄປວ່າ ມັນມີແຄລໍລີຫລາຍຂະໜາດໃດ ເຊັ່ນ ຊູຊິທູນ້າອາດມີໜ້ອຍກວ່າ 200 ແຄລໍລີ ແທ້ ແຕ່ຖ້າລວມມາໂຍເນດ, ເທມປຸລະ ຫລື ຊອດອື່ນໆ ກໍ່ຈະໄດ້ແຄລໍລີເພີ່ມຂຶ້ນອີກຫລາຍ (ຊອດຖົ່ວເຫລືອງມີແຄລໍລີຕ່ຳແທ້ ແຕ່ມີໂຊດຽມສູງ)
0 Comments