
1. ບໍລິສັດທີ່ມີແຕ່ຄົນລາອອກຕະຫຼອດ
ວິທີສັງເກດ: ມີການລົງປະກາດຮັບສະໝັກງານຕໍາແໜ່ງທີ່ສໍາຄັນໆ ຕາມເວັບໄຊຕ່າງໆຕະຫຼອດ ຫຼື ບໍລິສັດທີ່ເຂົ້າໄປເຮັດວຽກໃນອາທິດທໍາອິດແລ້ວຈະໄດ້ຍິນພະນັກງານທີ່ເຮັດວຽກຢູ່ນັ້ນເວົ້າວ່າ ຢາກຈະລາອອກ ເຖິງຈະເວົ້າຫຼິ້ນ ຫຼື ເວົ້າແທ້ກໍ່ຕາມ.
- ຜົນເສຍ: ປົກກະຕິແລ້ວບໍລິສັດທີ່ດີບໍ່ຄວນມີການເປີດຮັບສະໝັກພະນັກງານຕໍາແໜ່ງຜູ້ຈັດການ ຫຼື ຜູ້ບໍລິຫານລະດັບສູງໃນທຸກໆ 6 ເດືອນ ຖ້າພົບເຫັນບໍລິສັດໃດທີ່ມີພຶດຕິກໍາດັ່ງກ່າວ ສະແດງວ່າບໍລິສັດກໍາລັງຕົກຢູ່ໃນສະຖານະການທີ່ບໍ່ຄ່ອຍດີ ອາດເປັນໄປໄດ້ 3 ສາເຫດຄື: ຜູ້ບໍລິຫານບໍ່ມີຄວາມເປັນຜູ້ນໍາທີ່ດີ, ມີວັດທະນະທໍາອົງກອນທີ່ບໍ່ສາມາດດຶງດູດຄົນດີໆໃຫ້ຢູ່ຕໍ່ໄດ້ ຫຼື ເປັນໄປໄດ້ວ່າຜູ້ບໍລິຫານລະດັບສູງມີເປົ້າໝາຍສັ້ນໆເທົ່າກັບໄລຍະເວລາທີ່ຢູ່ນໍາບໍລິສັດ.
ສິ່ງທີ່ຄວນຄິດ: ບໍລິສັດທີ່ມີແຕ່ຄົນລາອອກ ຈະບໍ່ເຮັດຕາມຂໍ້ຕົກລົງທີ່ເຄີຍບອກໄວ້

2. ບໍລິສັດທີ່ມີວັດທະນະທໍາອົງກອນຂັດແຍ່ງກັນເອງ
ວິທີສັງເກດ: ມີຄົນວົງໃນ ຫຼື ໝູ່ເພື່ອນຕໍ່ໆກັນມາທີ່ເຮັດວຽກຢູ່ໃນນັ້ນເວົ້າໃຫ້ຟັງເຖິງບັນຍາກາດການເຮັດວຽກ ຫຼື ມີຄົນສະແດງຄວາມຄິດເຫັນໃນທາງທີ່ບໍ່ດີຢູ່ເລື້ອຍໆ.
- ຜົນເສຍ: ບໍລິສັດແບບນີ້ອາດບໍ່ແມ່ນເຫດຜົນທີ່ເຮັດໃຫ້ເຈົ້າເລືອກທີ່ຈະບໍ່ສົ່ງໃບສະໝັກຕັ້ງແຕ່ທໍາອິດ ແຕ່ຮັບຮອງໄດ້ວ່າມັນຈະສົ່ງຜົນກະທົບຕໍ່ການເຮັດວຽກໃນໄລຍະຍາວແນ່ນອນ ບໍ່ວ່າຈະເປັນປະສິດທິພາບໃນການເຮັດວຽກ ໄປຈົນເຖິງດ້ານການເງິນຂອງບໍລິສັດ.
- ສິ່ງທີ່ຄວນເຮັດ: ຖ້າສາມາດຫຼີກລ້ຽງໄດ້ກໍ່ຄວນຫຼີກ ພະຍາຍາມຢ່າຕົກລົງເຮັດສັນຍາກັບບໍລິສັດແບບນີ້ ເພາະຈະເຮັດໃຫ້ມີບັນຫາໃນໄລຍະຍາວກໍ່ເປັນໄດ້.

3. ບໍລິສັດທີ່ເນັ້ນລົມວຽກແຕ່ບໍ່ເນັ້ນເຮັດວຽກ
ສັງເກດ: ໃນແຕ່ລະມື້ຜູ້ບໍລິຫານມີແຕ່ເອີ້ນປະຊຸມ ແຕ່ບໍ່ມອບວຽກ ຫຼື ບໍ່ຕັດສິນໃຈຫຍັງເລີຍ
- ຜົນເສຍ: ລອງຄິດພາບເບິ່ງວ່າເຈົ້າຕ້ອງເຮັດວຽກໃນບໍລິສັດທີ່ມີຜູ້ບໍລິຫານລະດັບສູງເຖິງ 3 ຄົນ ນັ່ງປະຊຸມລະດົມຄວາມຄິດກັນເອງຢູ່ໃນຫ້ອງປະຊຸມໝົດມື້ ແຕ່ເມື່ອຮອດແລງມາກໍພາກັນແຍກຍ້າຍກັບບ້ານ ໂດຍທີ່ເຈົ້າຍັງບໍ່ຮູ້ເລີຍວ່າຕ້ອງເຮັດຫຍັງແດ່ ຫຼື ຮ້າຍແຮງໄປກວ່ານັ້ນພວກເຂົາຈະກັບມາທວງວຽກກັບເຈົ້າ ໃນຂະນະທີ່ຍັງບໍ່ໄດ້ບອກໃຫ້ເຈົ້າເຮັດຫຍັງເລີຍໃນມື້ນັ້ນ.
- ສິ່ງທີ່ຄວນເຮັດ: ລອງຖາມຕົນເອງດ້ວຍຄໍາຖາມເຫຼົ່ານີ້ ເຊັ່ນ: ມີສະເພາະແຕ່ຄົນໃນເທົ່ານັ້ນບໍ່ທີ່ຈະຖືກສະໜັບສະໜູນ ຫຼື ບໍລິສັດກໍາລັງຫາຄົນນອກເຂົ້າໄປເຮັດວຽກຕໍາແໜ່ງໃຫຍ່ຫຼືບໍ່ ຫຼື ເປັນຫຍັງບໍລິສັດນັ້ນມີຜູ້ບໍລິຫານລະດັບໃຫຍ່ເປັນ 10 ຄົນ ໃນຂະນະທີ່ມີພະນັກງານທັງໝົດພຽງແຕ່ 100 ຄົນ ຖ້າເຈົ້າເກີດຄໍາຖາມໃນຂະນະທີ່ອ່ານເບິ່ງລາຍລະອຽດຂອງບໍລິສັດນັ້ນ ສະແດງວ່າເປັນສັນຍານທີ່ບອກວ່າບໍລິສັດນັ້ນ ເປັນບໍລິສັດທີ່ເນັ້ນລົມວຽກ ແຕ່ບໍ່ເນັ້ນເຮັດວຽກ ຖ້າຫາກເຈົ້າເລືອກໄດ້ກໍ່ຢ່າເຂົ້າໄປເຮັດວຽກກັບບໍລິສັດແບບນັ້ນເລີຍ.

4. ບໍລິສັດທີ່ບໍ່ຈິງໃຈກັບພະນັກງານ
ສັງເກດ: ບໍລິສັດທີ່ເຈົ້າເຮັດວຽກຢູ່ບໍ່ມີການຕັ້ງເປົ້າໝາຍທີ່ຊັດເຈນ ຫຼື ບໍ່ມີການຂຽນຫຍັງທີ່ເປັນລາຍລັກອັກສອນ ບໍ່ວ່າຈະເປັນໜ້າທີ່ຄວາມຮັບຜິດຊອບຢ່າງຊັດເຈນ ໄປຈົນເຖິງເປົ້າໝາຍໄລຍະຍາວຂອງບໍລິສັດ ຫຼື ອາດຈະເຫັນແຕ່ຫົວໜ້າຂອງເຈົ້າພຽງແຕ່ເວົ້າໄປເລື້ອຍໆໂດຍບໍ່ມີຈຸດໝາຍ.
- ຜົນເສຍ: ໃນໂລກປັດຈຸບັນທີ່ທຸກຄົນຖາມຫາຄວາມຈິງໃຈເຊື່ອຖືໄດ້ຈາກທຸກອົງກອນ ບໍລິສັດຕ່າງໆຈຶ່ງພະຍາຍາມດ້ວຍການນໍາສະເໜີໃຫ້ເຫັນວັດທະນະທໍາອົງກອນ ເຊັ່ນ: ການເປີດເຜີຍສະຫວັດດີການ ຫຼື ໂບນັດຕ່າງໆ ຈົນເບິ່ງເປັນຄ້າຍຄືຄໍາໝັ້ນສັນຍາທີ່ບໍລິສັດພະຍາຍາມສ້າງມາແຂ່ງກັນເອງ. ຖ້າ HR ຫຼື ຫົວໜ້າມາບອກເຈົ້າວ່າຈະຂຶ້ນເງິນເດືອນໃຫ້ຊ່ວງທ້າຍປີ ແຕ່ເມື່ອຮອດພັດບອກວ່າໃຫ້ເລື່ອນໄປເປັນກາງປີໜ້າ ນັ້ນສະແດງໃຫ້ເຫັນວ່າບໍລິສັດນັ້ນບໍ່ມີຄວາມຈິງໃຈກັບເຈົ້າ.

- ສິ່ງທີ່ຄວນຄິດ: ວາງແຜນຫາວຽກໃໝ່ ແລະ ກຽມພ້ອມທີ່ຈະລາອອກ ເພາະມັນບໍ່ມີເຫດຜົນໃດເລີຍທີ່ຈະເຮັດໃຫ້ເຈົ້າເຮັດວຽກຢູ່ກັບບໍລິສັດທີ່ສັນຍາປາກເປົ່າ ແລະ ບໍ່ຈິງໃຈກັບເຈົ້າ ຖ້າຢູ່ຕໍ່ໄປຄວາມສໍາເລັດ ຫຼື ເປົ້າໝາຍທີ່ຕັ້ງໄວ້ກໍ່ຍິ່ງຫ່າງໄກອອກໄປ.
0 Comments