Header Ads

ຫວານເປັນລົມ ຂົມເປັນຢາ ແມ່ນແທ້ບໍ່!!!


ເຫັນວ່າຂົມຄວາມເວົ້າທາງໃນຢ່າຟ້າວຈົ່ມຫຼາຍເນີ ລາງເທື່ອຂົມຂີ້ເພ້ຍ ເມືອໜ້າຫາກຊິນົວ ຜູ້ຂຽນເຂົ້າໃຈວ່າ: ຫວານ ແລະ ຂົມ ທັງສອງຕ່າງ ກໍ່ເປັນຢາດີ ຕ່າງແຕ່ວ່າ ແມ່ຜູ້ປົວພະຍາດຈະສະຫຼາດປຸງຢາໃຫ້ຂ້າພະຍາດໄດ້ດີພຽງໃດ ? ຖ້າໃຫ້ຍົກຕົວຢ່າງຂອງພະຍາດທີ່ຮ້າຍແຮງເກີດຂຶ້ນໃນຊີວິດມະນຸດທີ່ທ່ານ ໂຮ່ຈີມິງ ຂຽນໄວ້ໃນປື້ມແກ້ໄຂວິທີເຮັດວຽກ ຍ່ອມມີພະຍາດຫຼາຍຊະນິດ ເຊັ່ນ: ພະຍາດດີແຕ່ເວົ້າ ພະຍາດລູບແຂ່ງເລຍຂາ ພະຍາດອາດຍາສິດ ພະຍາດອັດຕາທິປະໄຕ ບໍ່ຟັງສຽງມະຫາຊົນ… ຄວາມຈິງປື້ມຫົວນັ້ນມັນເຄີຍເປັນຄູ່ມືຂອງນັກປະຕິວັດ ເຊິ່ງດຽວນີ້ບໍ່ແນ່ໃຈວ່າມັນອາດຖືກຫຼົງລືມໄປດົນແລ້ວສຳລັບບາງຄົນ.









ພະຍາດອັດຕາທິປະໄຕ ຄື: ບໍ່ຢາກຟັງສຽງມະຫາຊົນ ອາດຍັງມີປາກົດເຫັນໃນຜູ້ບໍລິຫານລະດັບສູງບາງຄົນ ຫຼື ບາງໜ່ວຍງານ ເຊິ່ງຜູ້ມີພະຍາດນີ້ ຈະຕົກຢູ່ໃນລັກຊະນະຂາດນ້ຳຕານຢູ່ຕະຫຼອດເວລາ ດັ່ງນັ້ນ ເຂົາຜູ້ນີ້ຈຶ່ງມັກແຕ່ຄຳຍ້ອງຍໍຊົມເຊີຍ ຫຼື ຄຳເວົ້າຫວານຫູຊື່ນໃຈ ຖ້າຍາມໃດຜູ້ກ່ຽວໄດ້ຟັງຄຳເຫັນລົດຊາດຂົມ ກໍ່ຈະຂຸ່ນໃຈທັນທີ ຫຼື ບາງທີ ເຜີໆ ຫຼົງຄິດວ່າຜູ້ມີຄຳເຫັນກົງກັນຂ້າມເຂົາຕໍ່ຕ້ານ ບໍ່ເຫັນຕາມແນວທາງຂອງຕົນ ພະຍາດອັນນີ້ຖ້າເກີດກັບຜູ້ມີອຳນາດບໍລິຫານຄົນໃດ ອາດຊັກພາໃຫ້ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງອົງກອນ ອົງການຂອງລັດເອກະຊົນ ຫຼື ວ່າບາງເທື່ອອາດ ເປັນສາເຫດບໍ່ຢາກພັດທະນາຊັບພະຍາກອນມະນຸດໃນໜ່ວຍງານຂອງຕົນ ທັງໆທີ່ໄດ້ຮຽນມະຕິຈາກຂັ້ນເທິງແລ້ວວ່າ: ຊັບພະຍາກອນມະນຸດເປັນປັດໄຈຕັດສິນຊີ້ຂາດຄວາມກ້າວໜ້າຂອງວຽກ ຫຼື ຂອງປະເທດຊາດ ແລະ ສັງຄົມ.









ຄວາມຫວານມັກເຮັດໃຫ້ຄົນເປັນລົມ ເຊິ່ງພວກເຮົາສາມາດສັງເກດໄດ້ວ່າ ເວລາເຮົາກິນເຂົ້າໜຽວຫຼາຍເກີນໄປໃນຄາບເຂົ້າໃດໜຶ່ງ ຈະເຮັດໃຫ້ຜູ້ກ່ຽວຢາກນອນ ເພາະໃນເຂົ້າໜຽວມີທາດຫວານ (ນ້ຳຕານຫຼາຍ) ດັ່ງນັ້ນ ຄຳເວົ້າຫວານຫູ ກໍ່ສາມາດເຮັດໃຫ້ຫົວໜ້າຕິດໃນລົດຊາດຫວານໆ ຈົນບໍ່ຮູ້ເມື່ອຄີງ ເພາະເວລາລາຍງານໃຫ້ຫົວໜ້າຟັງ ຜັດມີແຕ່ແນວດີໆ ເຖິງແມ່ນວ່າຈະມີຂໍ້ບົກຜ່ອງ ຫຼື ຜິດພາດຫຼາຍປານໃດຂອງຕົນກໍ່ປົກປິດໄວ້ ຫຼື ບາງຄັ້ງຫົວໜ້າຖາມເຈາະຈີ້ມສະພາບການ ກໍ່ມີແຕ່ລາຍງານໃນສິ່ງທີ່ຖືກໃຈຫົວໜ້າ ເຊິ່ງຕົກໃນລັກສະນະໃນນິທານ ສຽວສະຫວາດ: ເສນາໝາກຂີ້ກາ ດີແຕ່ວ່າ ໃນນິທານເລື່ອງນີ້ຜູ້ເປັນພະລາຊາ ສະຫຼາດ ຕັດສິນໃຈຖືກຕ້ອງ ເລືອກເອົາຄຳເຫັນຂອງສຽວສະຫວາດ ບອກວ່າໝາກຂີ້ກາມັນມີລົດຂົມ ເລື່ອງຂອງຫວານໆຂົມໆນີ້ ຂຶ້ນກັບແພດໝໍ ຜູ້ປຸງຢາ ຖ້າເວົ້າເຖິງການບໍລິຫານວຽກກໍ່ຂຶ້ນກັບຫົວໜ້າທີ່ຄວນຫຼີກເວັ້ນ ການຕັດສິນໃຈແບບ WinWin ເພາະຜົນປະໂຫຍດໄດ້ພຽງສອງຄົນ ຖ້າວ່າ All Win ຄືທຸກຄົນຈະໄດ້ປະໂຫຍດ ເສນາໝາກຂີ້ກາ ກໍ່ແມ່ນນິທານເລື່ອງໜຶ່ງທີ່ພວກເສນາອາມາດຄອຍແຕ່ລູບແຂ່ງເລຍຂາ ພະລາຊາ ຫວັງວ່າສັງຄົມລາວປັດຈຸບັນຈະບໍ່ມີເສນາໝາກຂີ້ກາ.










ຂອບໃຈທີ່ມາ: blogspot.com


No comments

Powered by Blogger.