ສາດສາໜາ ແລະ ຄວາມເຊື່ອ….


ທຸກມື້ນີ້ ສັງຄົມຂ້ອນຂ້າງສັບສົນເລື້ອງຄວາມເຊື່ອວ່າ ອັນໃດເປັນພຸດ ອັນໃດເປັນຜີ ຫຼື ພາມ ເຊິ່ງຫຼາຍຄົນກໍ່ບໍ່ສົນໃຈຮຽນຮູ້ລົງເລິກ ຂໍພຽງແຕ່ເປັນທີ່ເພິ່ງໄດ້ກໍ່ພໍໃຈແລ້ວ ຜູ້ຂຽນຈຶ່ງຢາກນຳສະເໜີຫຼັກທຳມະທາງພຸດທະສາສະໜາ ເພື່ອໃຫ້ສັງຄົມໄດ້ຮູ້ວ່າ ພະອິນ ຫຼື ພະພົມ ນັ້ນບໍ່ຕ້ອງລໍຊາດໜ້າດອກ ຊາດນີ້ກໍ່ເປັນໄດ້ ຖ້າວ່າຜູ້ກ່ຽວຫາກມີຄຸນະທຳ ເຊັ່ນດຽວກັບຜູ້ຕ້ອງການເປັນເທວະດາ ພຽງແຕ່ປະຕິບັດທຳມະສອງຂໍ້ກໍ່ສາມາດເປັນເທວະດາໄດ້.










ຄຸນນະທຳ 2 ປະການນີ້ ຄື:





1.ຫິຣິ: ລະອາຍຕໍ່ການເຮັດຄວາມຊົ່ວ.





2.ໂອດຕັບປະ: ຢ້ານກົວຕໍ່ການເຮັດບາບ.






ຫຼັກທຳມະ 2 ປະການນີ້ ສາມາດຮັບປະກັນໃຫ້ຄົນເຮົາເປັນເທວະດາໄດ້ ຖ້າວ່າຜູ້ກ່ຽວຫາກປະຕິບັດໄດ້ຄົບຖ້ວນ ຢ້ານແຕ່ວ່າເຫັນເງິນໜ້າດຳເຫັນຄຳໜ້າເສົ້າ ເພາະສັງຄົມກໍ່ໄດ້ອ່ານຂ່າວນຳກັນວ່າ ຖົງລັດຖະບານຮົ່ວ, ການເກັບລາຍຮັບ ຫຼື ກວດພົບຫຼາຍໂຄງການບໍ່ມອບເງິນໃຫ້ຄັງເງິນແຫ່ງຊາດ ຜູ້ຂຽນໄດ້ຟັງຫາງສຽງສະພາກາເຟ ສັງລວມໄດ້ວ່າ: ໃຜກໍ່ເຂົ້າໃຈບັນຫາຖົງຮົ່ວ ແຕ່ທຸກຄົນກໍ່ສົນໃຈວິທີຫຍິບຖົງນັ້ນເຮົາຈະເຮັດແນວໃດ, ຊິຕາບ, ຊິຈູນ ຫຼື ຊິຕັດຕໍ່ເຕີມໃໝ່.










ຕາມຄະຕິຊາວພຸດຄົນທີ່ຈະໄປເກີດເທິງສະຫວັນ ກໍ່ແມ່ນພວກໃດສ້າງກຳດີໄວ້ ດັ່ງໃນນິທານບອກໄວ້ວ່າ ມີຄົນ 33 ຄົນກຸ່ມໜຶ່ງໄດ້ສ້າງຄວາມດີ ເຊັ່ນ: ວຽກສັງຄົມສົງເຄາະ ພໍຕາຍໄປໄດ້ໄປເກີດຢູ່ສະຫວັນ ຫົວໜ້າໄດ້ເປັນພະອິນ.
ຄະຕິທາງພຸດບອກໄວ້ວ່າ: ສະຫວັນມີຢູ່ 6 ຊັ້ນ ຄື: ຊັ້ນຈາຕູມ, ດາວະດຶງ, ຍາມາ, ດຸສິດ, ນິມມານ ແລະ ປະຣະນິມມິດ. ພວກ 33 ຄົນ ໄດ້ສ້າງຄວາມດີ ຕາຍໄປເກີດຢູ່ສະຫວັນຊັ້ນທີ່ 2 ດາວະດຶງ ສ່ວນວ່າໃຜຫາກຝັນໄປເກີດເທິງສະຫວັນຊັ້ນເຈັດກໍ່ແລ້ວແຕ່ຈະຄິດ ສະຫວັນຕາມຄວາມໝາຍຮູບຮັບ ຄື: ເປັນສະຖານທີ່ສຸກສະບາຍ ເພາະໄດ້ສ້າງກຳດີເອົາໄວ້.










ດັ່ງນັ້ນ ຈຶ່ງພໍສະຫຼຸບໄດ້ວ່າ: ຢາກຂຶ້ນສະຫວັນ ຫຼື ເປັນເທວະດາ ບໍ່ຕ້ອງລໍຊາດໜ້າດອກ ພຽງແຕ່ບໍ່ຄົດໂກງ, ບໍ່ໂລບມາກໂລພາ, ບໍ່ສ້າງກຳຊົ່ວ ແລ້ວປະຕິບັດທຳມະສອງຂໍ້ທີ່ເວົ້າມາຂ້າງເທິງນັ້ນ ກໍ່ສາມາດເປັນເທວະດາໄດ້ສະບາຍແລ້ວ ການຈະຂຶ້ນສະຫວັນ ຫຼື ລົງນາລົກຈຶ່ງຂຶ້ນກັບຕົວເຮົາເອງເປັນຜູ້ລິຂິດການກະທຳດີ-ຊົ່ວ ເຊິ່ງຢ່າເຂົ້າໃຈຜິດວ່າ ພະພົມໄດ້ລິຂິດຊີວິດເຮົາໄວ້ ຈົ່ງເຊື່ອກຳ, ເຊື່ອເຫດ, ເຊື່ອຜົນທີ່ອະທິບາຍໄດ້.
ຂອບໃຈທີ່ມາ:www.krabork.com


Post a Comment

0 Comments