Header Ads

ລະນຶກ 60 ປີ ແປວໄຟມະຫັດສະຈັນຈາກກອງພັນທີສອງ ວິລະຊົນປະຫວັດສາດ-ວິລະກຳລ້ຳເລີດ (18 ພຶດສະພາ 1959-18 ພຶດສະພາ 2019)



ລະນຶກ 60 ປີ ແປວໄຟມະຫັດສະຈັນຈາກກອງພັນທີສອງ
ວິລະຊົນປະຫວັດສາດ-ວິລະກຳລ້ຳເລີດ
(18 ພຶດສະພາ 1959-18 ພຶດສະພາ 2019)


ຮຽບຮຽງຈາກ:
ບັນທຶກຂອງ ທ່ານ ວິລະກອນ ຫລວງອາໄພ
ອະດີດຮ້ອຍຕີເສນາທິການກອງຮ້ອຍສອງກອງພັນທີສອງ



ພາບດ້ານເທິງ: ທ່ານ ວິ​ລະ​ກອນ ຫລວງ​ອາ​ໄພ
ອະ​ດີດ​ຮ້ອຍ​ຕີເສ​ນາ​ທິ​ການກອງ​ຮ້ອຍ​ສອງກອງ​ພັນ​ທີ​ສອງ
2 ພຶດສະພາ 1930-22 ເມສາ 2015

---------------

ດັ່ງທີ່ຮູ້ແລ້ວວ່າຂະບວນຕໍ່ສູ້ກອບກູ້ເອົາເອກະລາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າໂດຍພາຍໃຕ້ການຂົນຂວາຍປຸກລຸກກໍ່ສ້າງຈາກຂະບວນພັກຄອມມຸນິດອິນດູຈີນ ເຊິ່ງ ແມ່ນຄະນະພັກແຄ້ວນລາວໂດຍທ່ານ ຄຳແສງ ສີວິໄລ ເປັນເລຂານັ້ນ ໄດ້ຄ່ອຍໆຟົດຟື້ນຂື້ນ ໃນທົ່ວປະເທດ ເຮັດໃຫ້ນ້ຳໃຈຮັດຊາດແພງເຊື້ອ ຮັກປະເທດຊາດບ້ານເມືອງຂອງຕົນສູງເດັ່ນຂື້ນເປັນລຳດັບ, ຄຽດແຄ້ນພວກສັດຕູ ທີ່ມາຮຸກຮານ ແລະ ພວກລູກແຫຼ້ງຕີນມືກົດຂີ່ຂູດຮີດຢ່າງແສນສາຫັດ, ບັງຄັບບໍ່ໃຫ້ ປະຊາຊົນລາວມີສິດ ມີສຽງມີແຕ່ກົ້ມຫົວເປັນຂ້ອຍຂ້າມ້າໃຊ້ໃຫ້ພວກມັນນັ້ນ ໄດ້ຄ່ອຍໆມີໄຊຂື້ນເທື່ອລະກ້າວຢ່າງ ຕໍ່ເນື່ອງ ແລະ ຈາກການຊີ້ນຳ-ນຳພາຢ່າງຮອບດ້ານຂອງພັກປະຊາຊົນລາວ ແລະ ຈາກພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ ສະມາຊິກພັກທຸກຄົນກໍ່ຄືປວງຊົນລາວບັນ ດາເຜົ່າທັງຊາດພ້ອມກັນຕໍ່ສູ້ດ້ວຍຄວາມ ທໍລະຫົດອົດທົນລະອິດລະອ້ຽວ ສາມາດເຮັດໃຫ້ຂະບວນການຕໍ່ສູ້ຍາດເອົາໄຊຊະນະຂອງປະຊາຊົນ ນັບວັນນັບໃຫຍ່ໂຕກວ້າງຂວາງ ໂດຍປະສານ ກັບການຕໍ່ສູ້ຂອງເພື່ອນມິດໃນທົ່ວໂລກໂດຍສະເພາະແມ່ນພາຍຫຼັງທີ່ກອງທັບ ແລະ ປະຊາຊົນຫວຽດນາມໄດ້ຮັບ ໄຊຊະນະຢູ່ບັ້ນຮົບດຽນບຽນຟູ ຫຼື ເມືອງແທ່ງ (ປະເທດຫວຽດນາມ).


ພວກລ່າເມືອງຂຶ້ນຝຣັ່ງທີ່ມາຮຸກຮານ ປົກຄອງອິນດູຈີນ   ເປັນເວລາ 60 ກວ່າປີນັ້ນ ໄດ້ຍອມເຊັນສັນຍາສະຫງົບ ເສິກຢູ່ກຸງເຊີແນວ ປະເທດສະວິດເຊີແລນ ໃນວັນທີ 21 ເດືອນກໍລະກົດ ປີ 1954, ສຳລັບຢູ່ລາວ ສັນຍາດັ່ງກ່າວມີຜົນສັກສິດ ວັນທີ 06 ເດືອນສິງຫາ, ໃນສັນຍານັ້ນໄດ້ບົ່ງບອກຈະແຈ້ງວ່າ: ກອງທະຫານຕ່າງດ້າວ ຕ້ອງຖອນອອກຈາກປະເທດລາວ ໃຫ້ສຳເລັດພາຍໃນ 120 ວັນ (ຮ້ອຍຊາວວັນ) ຫ້າມບໍ່ໃຫ້ເອົາທະຫານກໍ່ຄືຍຸດ ທະພັນຊະນິດໃໝ່ເຂົ້າລາວເວັ້ນເສຍແຕ່ອາວຸດ ທີ່ມີຄວາມຈຳເປັນຕໍວຽກງານ ປ້ອງກັນຊາດຂອງລາວເທົ່ານັ້ນ. ໃນໄລຍະລໍຖ້າທ້ອນ ໂຮມສອງກຳລັງໃຫ້ເປັນອັນໜຶ່ງ ອັນດຽວ ກອງກຳລັງປະກອບອາວຸດຂອງຝ່າຍປະຕິວັດ ຫຼືລາວອິດສະຫຼະໃຫ້ຂື້ນເມືອເຕົ້າໂຮມຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີ ຊົ່ວຄາວ.


ຕົກມາຮອດເດືອນກັນຍາ ປີ 1954 ກອງກຳລັງປະກອບອາວຸດເຂດລາວໃຕ້ ເຊິ່ງມີຈຳນວນທະຫານ 3.263 ຄົນ ໄດ້ເຄື່ອນກຳລັງໄປສອງແຂວງເຕົ້າໂຮມ ພ້ອມໆກັບທຸກກຳລັງທະຫານປະຕິວັດໃນທົ່ວປະເທດ, ການເດີນທາງ ຂື້ນໄປຫາຈຸດທີ່ໝາຍຕ້ອງໄດ້ຍ່າງເປັນເວລາເດືອນປາຍຈຶ່ງຮອດເຂດເຕົ້າ ໂຮມແຂວງຫົວພັນ ແລະ ຜົ້ງສາລີ ເຊິ່ງເປັນເຂດໜາວ, ພໍແຕ່ໄປເຖິງຄົນເຂດໃຕ້ບໍ່ຊິນເຄີຍກັບອາກາດ ໜາວເຮັດໃຫ້ເກີດມີອາການເຈັບປ່ວຍ ພ້ອມນັ້ນ ຍັງປະເຊີນໜ້າກັບພວກທະຫານກອງປຸ້ນທີ່ຝ່າຍສັດຕູໄດ້ຫ້າງຫາວາງໄວ້ຢູ່ຕາມໝູ່ບ້ານຕ່າງໆນັ້ນແລ້ວ, ຂະນະດຽວ ກັນ ທ່ານ ກະຕ່າຍ ໂດນສະໂສລິດ ນາຍົກລັດຖະມົນຕີແຫ່ງລັດຖະບານລາດຊະນາຈັດລາວ ໄດ້ສົ່ງທະຫານຂື້ນບຸກຕີ ບຽດຢຶດເຂົ້າສອງແຂວງເຕົ້າໂຮມຢ່າງບໍ່ຢຸດຢັ້ງຫວັງດັບສູນກຳລັງປະຕິວັດ, ພວກເຂົາໄດ້ທຳການຢຶດເອົາປ້ອມພູສູງ ທີ່ເປັນຈຸດຍຸດທະສາດການທະຫານຫຼາຍແຫ່ງ ຢູ່ທາງທິດຕາເວັນຕົກຂອງແຂວງຫົວພັນ ເຊັ່ນ: ເຂດເມືອງເປິນ ນາສາລາ, ຖໍ້າລານາຄັງ ຜາຖີ່, ຮອງນົນ, ພູລິ່ວ, ພູແດນດິນ,  ໜອງຄ່າງ ແລະ ຫ້ວຍເທົາ ແຕ່ໃນທີ່ສຸດຝ່າຍບຽດຢຶດ ກໍ່ຕ້ອງຖືກຕີຖອຍ ແລະ ຖືກກຳລັງປະກອບອາວຸ ປ້ອງກັນເຂດທີ່ໝັ້ນສອງແຂວງທຳລາຍດັບສູນ ແລະ ກ້າວໄປ ເຖິງມີການເຈລະນາລະຫວ່າງ ລັດຖະບານ ລາຊະນາຈັກ ແລະ ຝ່າຍປະເທດລາວ.

ຍ້ອນວ່າຝ່າຍວຽງຈັນ ໂດຍແມ່ນກຳລັງພາຍໃນຂອງເຂົາເອງໄດ້ໂຄ່ນລົ້ມລັດຖະບານປະຕິການຂອງທ່ານ ກະຕ່າຍ ໂດນສະໂສລິດ ລົງ, ຈາກນັ້ນສະພາຂອງຝ່າຍວຽງຈັນໄດ້ລົງມະຕິແຕ່ງຕັ້ງ ສະເດັດເຈົ້າສຸວັນນະພູມາ ຂື້ນເປັນນາຍົກລັດຖະມົນຕີ, ທັງສອງຝ່າຍຈຶ່ງໄດ້ພ້ອມກັນໄຂກອງປະຊຸມໂດຍໄດ້ເຊັນສັນຍາວຽງຈັນໃນວັນທີ 22 ຕຸລາ 1957 ເຊິ່ງແມ່ນສະເດັດເຈົ້າສຸພານຸວົງ ຜູ້ນຳຝ່າຍແນວລາວຮັດຊາດ ເປັນຜູ້ເຊັນກັບເຈົ້າສຸວັນນະພູມາ ນາຍົກລັດຖະມົນຕີແຫ່ງລັດຖະບານລາດຊະນາຈັກລາວ. ໃນສັນຍາທັງສອງຝ່າຍຕົກລົງກັນວ່າ: ໃຫ້ຝ່າຍປະເທດລາວ ຫຼື ຝ່າຍແນວລາວຮັກຊາດເອົາພະນັກງານພົນລະເລືອນ ແລະ ທະຫານເຂົ້າຮ່ວມປະສົມໃນວົງຄະນະຍາດແຫ່ງຊາດ ໃນນັ້ນຝ່າຍທະຫານໃຫ້ເອົາຈຳນວນ 1.500 ຄົນ (ໜຶ່ງພັນຫ້າຮ້ອຍຄົນ) ເຂົ້າຮ່ວມໃນກອງທັບແຫ່ງຊາດ.

ເພື່ອຕອບສະໜອງຄຳຮຽກຮ້ອງຕ້ອງການຂອງສະພາບການໃໝ່ ສູນກາງພັກປະຊາຊົນປະຕິວັດລາວ; ສູນກາງແນວລາວຮັກຊາດ ພ້ອມດ້ວຍຄະນະພັກການທະຫານສູນກາງໄດ້ໄຂກອງປະຊຸມຂື້ນຢູ່ບ້ານກາງທາດ ເມືອງໂສຍ ແຂວງຫົວພັນ ເພື່ອຈັດແບ່ງກຳລັງ ຄື: ພາກສ່ວນໜຶ່ງມີຈຳນວນພົນ 5.000 ຄົນ (ຫ້າພັນຄົນ) ສ້າງເປັນກອງກຳລັງໜູນທຳການເຝິກຝົນທາງວິຊາການທະຫານ; ອົບຮົມທາງດ້ານແນວຄິດການເມືອງ; ທັດສະນະຫຼັກໝັ້ນປະຕິວັດແລ້ວໆ ສົ່ງກັບຄືນທ້ອງຖິ່ນຂອງໃຜລາວ; ພາກສ່ວນນີ້ມີໜ້າທີ່ປຸກລຸກໂຄສະນາຂົນຂວາຍປະຊາຊົນກໍ່ສ້າງພື້ນຖານໃຫ້ຕື່ນຕົວປະຕິວັດໃຫ້ເປັນກອງກຳລັງຄ້ຳປະ ກັນໃນອານາຄົດຂອງການປະຕິວັດ.

ພາກສ່ວນທີສອງ ແມ່ນຄັດຈ້ອນເອົາພະນັກງານທະຫານຜູ້ທີ່ເຂັ້ມແຂງໜຸ່ມແໜ້ນສູ້ຮົບດີ, ມີຫຼັກໝັ້ນໜັກ ແໜ້ນຈຳນວນ 1.500 ຄົນ (ໜຶ່ງພັນຫ້າຮ້ອຍຄົນ) ຈາກກອງພັນ 705, ຈາກກອງພັນ 609 ເຊິ່ງເປັນກໍາລັງໜໍ່ແໜງ ມາຈາກກໍາລັງປະກອບອາວຸດພາກໃຕ້ເປັນສ່ວນໃຫຍ່ ໂດຍສະເພາະແມ່ນມາຈາກກອງໄຊຈັກກະພັດທີ່ພວກເຂົາ ເລົ່ານັ້ນໄດ້ຫຼໍ່ຫລອມ ແລະ ຊຸບຫຼໍ່ຈາກແປວໄຟແຫ່ງການສູ້ຮົບດ້ວຍຄວາມອົງອາດທົນທານກ້າແກ່ນມາແລ້ວ ແລະ ຄັດຈ້ອນຈາກກອງເຈົ້າຟ້າປັດໃຈຢູ່ທາງພາກເໜືອ ບັນຊາໂດຍ ທ່ານ ທໍຕູຢາ ມີໜ້າທີ່ເຂົ້າຮ່ວມປະສົມໃນກອງທັບ ແຫ່ງຣາຊະນາຈັກລາວຕື່ມອີກ.

ໃນຈຳນວນ 1.500 ຄົນນັ້ນ ແບ່ງອອກເປັນສອງກອງພັນ, ກອງພັນທີໜຶ່ງ ແລະ ກອງພັນທີສອງ.
ເມື່ອສອງກອງພັນເດີນທາງຈາກທົ່ງນາ ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ໂດຍຜ່ານໝູ່ບ້ານຕ່າງໆ ຄື: ຮອດທົ່ງໄຫຫີນຄັງໄຂເປັນເວລາ 8 ວັນ ບໍ່ໄລ່ວັນພັກເທົ່າກັບ 69 ຊົ່ວໂມງ 7 ນາທີ 5 ວິນາທີ ບໍ່ໄລ່ໂມງພັກ.

ຕາມການຕົກລົງຈາກສູນກາງ ແລະ ຄະນະພັກການທະຫານສູນກາງວ່າ: ໃຫ້ກອງພັນທີໜຶ່ງ ໂດຍແມ່ນ ສະຫາຍພັນຕີ ຈຳນຽນ ບຸນລອດ ບັນຊາປະຈຳຢູ່ເຂດທົ່ງໄຫຫີນ ແຂວງຊຽງຂວາງ ເພາະທົ່ງໄຫຫີນ ຊຽງຂວາງ ແມ່ນເຂດຍຸດທະສາດການທະຫານ ສ່ວນພະນັກງານນັກຮົບທີ່ໄດ້ປະກອບໃສ່ກອງພັນນີ້ໄດ້ຄັດຈ້ອນ ເລືອກເຟັ້ນ ໝົດແລ້ວ.

ແຕ່ບັງເອີນເມື່ອສອງກອງພັນໄປຮອດຊຽງຂວາງຄັງໄຂແລ້ວ ທາງຄະນະຮັບຕ້ອນຊ້ຳພັດບອກວ່າ: ກອງພັນ ທີໜຶ່ງໃຫ້ໄປພັກຢູ່ຄັງໄຂຮອດມື້ໃໝ່ຈຶ່ງຈະໄປປະຈຳຢູ່ເຂດຊຽງເງິນ, ສ່ວນກອງພັນທີສອງ ໂດຍແມ່ນສະຫາຍພັນຕີ ອຸ່ນເຮືອນ ຂາວພັນ ບັນຊານັ້ນໃຫ້ໄປພັກຢູ່ທາງຫົວເດີ່ນບິນ.


ເມື່ອເປັນແນວນັ້ນທາງຄະນະຮັບຜິດຊອບບັນຊາສອງກອງພັນກໍ່ຕົກສະເງີ້ ເພາະຜິດກັບການຕົກ ລົງແບ່ງ ປັນປະຈຳກ່ອນແລ້ວ, ໃນທັນໃດນັ້ນ ທ່ານ ສິງກະໂປ ສີໂຄດຈຸນລະມານີ, ທ່ານ ເກ ປານມະໄລທອງ ແລະ ທ່ານ ທໍຕູຢາ, ທ່ານ ຈຳນຽນ ບຸນລອດ ແລະ ທ່ານ ອຸ່ນເຮືອນ ຂາວພັນ ໄດ້ພ້ອມກັນປຶກສາຕົກລົງດ່ວນປ່ຽນເລກໃໝ່ ກອງພັນທີໜຶ່ງແມ່ນສະຫາຍ ອຸ່ນເຮືອນ ຂາວພັນ ແລະ ຄະນະບັນຊາກອງພັນທີໜຶ່ງ (ປ່ຽນແຕ່ຊື່ປ່ຽນແຕ່ໂຕເລກ 1 ມາເປັນ 2, 2 ມາເປັນ 1) 2 ແມ່ນສະຫາຍ ຈຳນຽນ ບຸນລອດ ພ້ອມຄະນະບັນຊາຄືເກົ່າ, ສ່ວນພະນັກງານນັກຮົບທີ່ປະຈຳຢູ່ແລ້ວນັ້ນບໍ່ປ່ຽນແປງຍັງຄືເກົ່າ ພຽງແຕ່ປ່ຽນຕົວເລກ 1 ແລະ 2 ເທົ່ານັ້ນ ຈາກນັ້ນກໍ່ສະເໜີໃຫ້ຄະນະຮັບຕ້ອນນັ້ນຮູ້ ແລະ ເຂົາກໍ່ຕົກລົງປະຕິບັດຕາມທີ່ພວກເຮົາຕົກລົງປ່ຽນແປງຕົວເລກນັ້ນ.


ກອງພັນທີໜຶ່ງ ບັນຊາໂດຍສະຫາຍພັນຕີ ອຸ່ນເຮືອນ ຂາວພັນ ບັນຊາກອງພັນທີໜຶ່ງໄປປະຈຳຢູ່ເຂດຊຽງເງິນ-ຫຼວງພະບາງ ແມ່ນເຂດ I ສ່ວນເຂດຍ່ອຍທົ່ງໄຫຫີນຊຽງຂວາງແມ່ນເຂດຍ່ອຍທີສອງ ແມ່ນກອງພັນທີສອງ ບັນຊາໂດຍສະຫາຍພັນຕີ ຈຳນຽນ ບຸນລອດ ປະຈຳ.


ຄະນະກອງບັນຊາການກອງພັນທີສອງປະກອບມີ:

- ສະຫາຍພັນຕີ ຈຳນຽນ ບຸນລອດ, ຫົວໜ້າກອງພັນ
- ສະຫາຍຮ້ອຍເອກ ຫລວຍແສນຄຳ ກົມມະດຳ, ການເມືອງກອງພັນ
- ສະຫາຍຮ້ອຍເອກ ສວຍ ບຸນຈະເລີນ, ຫົວໜ້າເສນາທິການກອງພັນ
- ສະຫາຍຮ້ອຍເອກ ທອງສະຫວັດ ໄຂຄຳພິທູນ, ການເມືອງກອງພັນທັງເປັນເລຂາຄະນະພັກ
ປະຊາຊົນປະຕິວັດລາວ ປະຈຳກອງພັນ.


ກອງພັນທີສອງປະກອບມີ:

+  ກອງຮ້ອຍທີໜຶ່ງ ກອງຮ້ອຍກຳລັງໄຟ:
- ສະຫາຍຮ້ອຍເອກ ສົມບູນ, ເປັນຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍໂທ ທອງເສີຍ ກົມມະດຳ, ເປັນຮອງຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍຕີ ພົມມະຈັກ, ເປັນຫົວໜ້າເສນາທິການກອງຮ້ອຍ

+  ກອງຮ້ອຍທີສອງ ກອງຮ້ອຍທະຫານລາບ:
- ສະຫາຍຮ້ອຍເອກ ບຸນລ້ວນ , ເປັນຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍໂທ ຫຼອຍ, ເປັນຮອງຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍຕີ ວິລະກອນ ຫຼວງອາໄພ, ເປັນຫົວໜ້າເສນາທິການກອງຮ້ອຍ

+  ກອງຮ້ອຍທີສາມ ກອງຮ້ອຍທະຫານລາບ:
- ສະຫາຍຮ້ອຍເອກ ຄຳໄຕ ປະເສີດໄຊ, ເປັນຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍໂທ ສົມລັກ, ເປັນຮອງຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍຕີ ອຸດົມ, ເປັນຫົວໜ້າເສນາທິການກອງຮ້ອຍ

+  ກອງຮ້ອຍທີສີ່ ກອງຮ້ອຍທະຫານລາບ:
- ສະຫາຍຮ້ອຍເອກ ກາລັງ, ເປັນຫົວໜ້າກອງຮ້ອຍ
- ສະຫາຍຮ້ອຍໂທ ຊຽງຕາວ, ເປັນຮອງກອງຮ້ອຍ
- ສະຫາຍຮ້ອຍຕີ ບຸນທອນ, ເປັນຫົວໜ້າເສນາທິການກອງຮ້ອຍ

+  ກອງຮ້ອຍທີຫ້າ: ກອງຮ້ອຍນີ້ປະກອບມີອົງການສໍານັກງານ, ວິຊາສະເພາະ ແລະ ຄອບຄົວລູກເມຍຂອງພະນັກງານ ແລະ ມີໝວດປ້ອງກັນປະຈໍາສໍານັກງານກອງພັນ ໂດຍແມ່ນສະຫາຍຮ້ອຍຕີ ໂສມ ເປັນຫົວໜ້າ.

+ ມີກອງຮ້ອຍປັດໃຈອີກ ໂດຍແມ່ນ:
- ສະຫາຍ ຮ.ທ ເຍຍນູທໍ, ເປັນຫົວໜ້າ
- ສະຫາຍຮ້ອຍຕີ ຈືກື, ເປັນຮອງກອງຮ້ອຍ
- ສະຫາຍຮ້ອຍຕີ ເຍຍຈໍຢາ, ເຮັດເສນາທິການກອງຮ້ອຍ

ນອກນັ້ນຍັງມີທ່ານ ພັ.ທ ເກ ປານມະໄລທອງ, ທ່ານ ພັ.ທ ທ້າວຕູ້ ບັນຊາລວມສອງກອງພັນ ທີໜຶ່ງ ແລະ ທີສອງທົ່ງໄຫຫີນຊຽງຂວາງ ເພື່ອຊີ້ນໍາ-ນໍາພາລວມ.

ຕະຫຼອດ 510 ວັນຄືນ ເທົ່າກັບ 12.244 ຊົ່ງໂມງ ກອງພັນທີສອງຢູ່ທົ່ງໄຫຫີນຮ່ວມກັບທະຫານລາດຊະອານາຈັກຢູ່ເຂດຍ່ອຍຊຽງຂວາງ, ຄະນະພັກ-ຄະນະບັນຊາກອງພັນທີສອງພ້ອມກັບພະນັກງານນັກຮົບທົ່ວກອງພັນໂດຍການຊີ້ນໍາ ນໍາພາຂອງຄະນະພັກຊຶ່ງສະຫາຍ ທອງສະຫວັດ ໄຂຄໍາພິທູນ ເປັນເລຂາຄະນະພັກໄດ້ພ້ອມກັນປະຕິບັດໜ້າທີ່ ທີ່ມີກຽດ ແລະ ໜັກໜ່ວງການປະຕິບັດໜ້າທີ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກນາໆປະການ. ການປະຕິບັດໜ້າທີ່ນັ້ນໄດ້ມີແຜນການລະອຽດເຊິ່ງວາງອອກແຕ່ລະໄລຍະ ເປັນຕົ້ນແມ່ນ:

1) ປັບປຸງກໍາລັງພາຍໃນ-ສຶກສາອົບຮົມນໍາພາແນວຄິດຢ່າງສະໝໍ່າສະເໝີ.
2) ແບ່ງປັນໜ້າທີ່ ກໍາສະຖານະການຂອງສັດຕູຢ່າງໃກ້ຊິດ.
3) ວຽກງານສະຖານທີ່ພັກເຊົາ ເປັນຕົ້ນແມ່ນເຮືອນພັກ ແລະ ອື່ນໆ.
4) ວຽກງານໂຄສະນາຂົນຂວາຍກໍ່ສ້າງພື້ນຖານປະຊາຊົນບັນດາເຜົ່າ (ວຽກງານນີ້ໂຄສະນາທາງດ້ານທິດສະດີ ແລະ ການກະທຳຕົວຈິງໄປພ້ອມໆກັນ ເຊັ່ນ: ຊ່ວຍເຫຼືອປະຊາຊົນ, ປຸກເຮືອນຂຸດເໝືອງເຮັດຝາຍເອົານໍ້າເຂົ້າໃສ່ນາ, ດໍານາ, ກ່ຽວເຂົ້າ ພ້ອມກັນນີ້ຍັງຕ້ອງເອົາໃຈໃສ່ປະຕິບັດກົດລະບຽບວິໃນຂອງກອງທັບປະຕິວັດໃຫ້ໄດ້ດີ, ນັບຖືຜູ້ເຖົ້າ, ຮັກແພງຊ່ວຍເຫຼືອເດັກນ້ອຍ, ຄ່ຽມຄົມຕໍ່ຍິງສາວ, ນັບຖືຮີດ 12 ຄອງ 14 ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ບໍ່ລົບລູ່ສິ່ງທີ່ປະຊາຊົນນັບຖື ແລະ ເຊື່ອຖື.

5) ວຽກງານໂຄສະນາຂົນຂວາຍດູດດຶງທະຫານຫຸ່ນໃຫ້ມີທ່າອ່ຽງມາຫາພວກເຮົາ ຫຼື ບໍ່ສ້າງສະ ຖານະການເຄັ່ງຕຶງຕໍ່ພວກເຮົາ ໂດຍສະເພາະແມ່ນເອົາໃຈໃສ່ຂົນຂວາຍດູດດຶງຈິດໃຈສ້າງຮັກ ສ້າງແພງກັບພາກສ່ວນນາຍຄູທີ່ມາຝຶກແອບປະຈໍາແຕ່ລະກອງຮ້ອຍ ບໍ່ເຮັດໃຫ້ພວກເຂົາເຂົ້າໃຈຜິດຕໍ່ພວກເຮົາ ແຕ່ຕ້ອງປະຕິບັດຄໍາຂວັນທີ່ວ່າ: ອ່ອນນອກແຂງໃນເພື່ອເພີ່ມມິດຫຼຸດຜ່ອນ ສັດຕູ (ການເວົ້າຈາກໍ່ຄືທັດສະນະທ່າທີ່ແມ່ນນີ້ມນວນອ່ອນຫວານແຕ່ທາງໃນເດັດດ່ຽວເຄັ່ງຂຶມ ບໍ່ຍອມຈໍານົນ ມີສະຕິລະວັງຕົວສູງຮອບດ້ານ).

6) ເອົາໃຈໃສ່ວຽກງານເພີ່ມພູນຜະລິດຜົນຕົວຈິງແຕ່ລະກອງຮ້ອຍມີສວນຜັກສວນຄົວ, ມີຄອກໄກ່ ເພື່ອແກ້ໄຂຊີວິດປະຈຳວັນ, ຜົນລະປູກດັ່ງກ່າວຍັງເປັນຂອງຕ້ອນຂອງຝາກໃຫ້ພໍ່ແມ່ປະຊາ ຊົນທີ່ພວກເພິ່ນມາຢ້ຽມຢາມ ຫຼື ນໍາໄປສົ່ງໃຫ້ຮອດເຮືອນທີ່ເປັນແມ່ຮັກພໍ່ແພງໃນເວລາທີ່ໄປຢ້ຽມຢາມເພິ່ນ ເພື່ອກໍ່ສ້າງພວກເພິ່ນໃຫ້ເປັນແກ່ນສານໃຫ້ພວກເຮົາ ຍັງໄດ້ນໍາຜົນລະປູກເລົ່ານັ້ນພ້ອມເງິນທີ່ປະຢັດໄດ້ມາຈາກພະນັກງານນັກຮົບທົ່ວກອງພັນສົ່ງໃຫ້ສູນກາງແນວລາວຮັກຊາດທີ່ນະຄອນຫຼວງວຽງຈັນອີກນໍາ, ນອກນັ້ນຍັງເປັນຂອງຝາກຂອງຕ້ອນຢ່າງເປັນປະຈໍາໃຫ້ພວກນາຍຄູທີ່ມາເຝິກແອບປະຈໍາແຕ່ລະກອງຮ້ອຍໃນເວລາທີ່ພວກເພິ່ນເຝິກແອບແລ້ວກັບຄືນຄອບຄົວນັ້ນອີກ, ສ່ວນກອງພັນທີສອງເອງກໍ່ໄດ້ລະດົມກັນອອກເງິນຊື້ລົດໃຫຍ່ໄດ້ 1 ຄັນເພື່ອຂົນຟືນ ແລະ ຂົນໄມ້ມາສ້າງເຮືອນຢູ່ ແລະ ປົວແປງສະຖານທີ່ອື່ນໆອີກ.

7) ໃນດ້ານວຽກງານກິລາວັນນະຄະດີຕ່າງໆ ແຕ່ລະກອງໄດ້ມີເດີ່ນບານ, ບານສົ່ງ, ບານເຕະ ແຕ່ລະອາທິດກໍ່ມີການປະສານສົມທົບກັນຫຼີ້ນກິລາ ໄດ້ເຮັດບັດເຊີນໜ່ວຍເຕະບານ ຫຼື ໜ່ວຍບານສົ່ງຂອງບັນດາກອງພັນຂອງພວກທະຫານລາຊະອານາຈັກ ໂດຍສະເພາະແມ່ນໜ່ວຍກິລາຂອງກອງພັນທີ 10 ກອງພັນທີ 25 ມາຕີບານແຂ່ງຂັນກັນ ທັງນີ້ກໍ່ເພື່ອທຳຄວາມເຂົ້າໃຈສະໜິດສະໜົມກັນ, ໜ່ວຍວັນນະຄະດີກໍ່ໄດ້ສ້າງຕັ້ງຂື້ນແຕ່ລະກອງຮ້ອຍ ໂດຍມີການຈັດຕັ້ງສະແດງຟ້ອນ, ລໍາ, ຮ້ອງເພັງ ອັນໄດ້ເຮັດໃຫ້ຊີວິດການເມືອງພາຍໃນກົມກອງເບີກບານມ່ວນຊື່ນເປັນປົກກະຕິ, ນອກນັ້ນໃນແຕ່ລະອາທິດໄດ້ເຕົ້າໂຮມກັນພາຍໃນກອງຮ້ອຍເພື່ອເລົ່າສະພາບການຕ່າງໆ.

8) ພາກສ່ວນວິຊາສະເພາະແພດໝໍກໍ່ໄດ້ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງອ້າຍນ້ອງແຕ່ລະກອງຢູ່ສະເໝີ, ປະຕິບັດໜ້າທີ່ໂດຍບໍ່ຮູ້ອິດເມື່ອຍ, ເຈັບປ່ວຍເປັນໄຂ້ມີການປິ່ນປົວເປັນປະຈໍາ.

9) ວຽກງານປົກປັກຮັກສາອາວຸດຍຸດທະພັນແຕ່ລະກອງແມ່ນໄດ້ກວດກາຜັດເຊັດຢ່າງເປັນປົກກະ ຕິກຽມພ້ອມຢູ່ສະເໝີ.

10) ສະບຽງອາຫານໄດ້ມີສ່ວນປະຢັດແຮໄວ້ບໍ່ໄດ້ຂາດເພື່ອກຽມພ້ອມ.
ເພື່ອເປັນການກຽມພ້ອມໃນການດ້ານຄວາມມີສະຕິລະວັງຕົວນັ້ນ ທາງກອງບັນຊາການກອງພັນໄດ້ແຕ່ງຕັ້ງພະນັກງານຈໍານວນໜຶ່ງເພື່ອກວດກາສາຍທາງແຕ່ທົ່ງໄຫຫີນໄປເມືອງຊຽງຂວາງໂດຍໄປທາງລັດ, ພາກສ່ວນພະນັກ ງານທີ່ໄປເຮັດໜ້າທີ່ຊອກທາງນີ້ປະກອບມີ:
- ສະຫາຍ ສົມລັກ ຮອງກອງຮ້ອຍທີສາມ, ເປັນຫົວໜ້າ
- ສະຫາຍ ພົມມະຈັກ, ເສນາທິການກອງຮ້ອຍໜຶ່ງ
- ສະຫາຍ ວິລະກອນ ຫຼວງອາໄພ , ເສນາທິການກອງຮ້ອຍສອງ
- ສະຫາຍ ອຸດົມ, ເສນາທິການກອງຮ້ອຍສາມ
- ສະຫາຍ ບຸນທອນ, ເສນາທິການກອງຮ້ອຍສີ່
- ສະຫາຍ ໂສມ, ຫົວໜ້າໝວດປ້ອງກັນສຳນັກງານກອງພັນ ແລະ 
- ສະຫາຍ ສາຍສະໝອນ, ສະຫາຍ ຄຳລອງ ສັງກັດກອງຮ້ອຍສອງຕື່ມອີກ.

ແຕ່ລະສະຫາຍໃຜໆກໍ່ບໍ່ມີເງິນຈັກຮ້ອຍເພາະເງິນເດືອນບໍ່ທັນໄດ້ເບີກ, ຈຳນວນນີ້ໄດ້ອອກເດີນ ທາງແຕ່ຫົວເດີ່ນບິນ ຕັດໃສ່ບ້ານອ່າງ ລັດໃສ່ບ້ານນາເຕີ້ເຂົ້າປ່າຍ່າງຕາມທາງ ລັດໃສ່ບ້ານພາ-ບ້ານລັນ ເຂົ້າໃສ່ບ້ານງີ້ວ ແລະ ໂຕເມືອງຊຽງຂວາງ (ອອກຈາກຫົວເດີ່ນບິນໄປຄໍ່າຢູ່ທົ່ງນາບ້ານພາ-ບ້ານລັນ, ນອນຢູ່ນີ້ໜຶ່ງຄືນ ຕື່ນເຊົ້າມາຈຶ່ງເຂົ້າໄປບ້ານງີ້ວ ເມືອງຄູນ ຊຽງຂວາງ) ແລະ ທົ່ງໄຫຫີນ ເປັນເວລາ 2 ວັນກັບ 1 ຄືນ.

--------


ພາບດ້ານເທິງ: ຮູບຈຳລອງກອງພັນທີສອງຜ່າວົງປິດລ້ອມຂອງສັດຕູ ເວລາ 19 ໂມງ 30 ນາທີ ຂອງ ວັນທີ 18/5/1959
-------------

ສະພາບເລີ່ມເຄັ່ງຕຶງ ທາງຄະນະກອງບັນຊາການກອງພັນໄດ້ປະຊຸມຕົກລົງໃຫ້ສະຫາຍ ທອງສະຫວັດ ໄຂຄຳພິທູນ ໂດຍຕັ້ງຊື່ລັບວ່າ ສະຫາຍ ແສງມະນີ ໄປວຽງຈັນ ເພື່ອລາຍງານສະພາບການໃຫ້ສູນກາງໂດຍຈ້າງຍົນ, ຂື້ນຍົນແຕ່ເດີ່ນບິນໂພນສະຫວັນ ເມືອງແປກ ໄດ້ພົບທ່ານ ໜູຮັກ ພູມສະຫວັນ ຜູ້ປະຈຳການສູນກາງພັກ, ທ່ານໄດ້ໃຫ້ທິດຊີ້ນຳວ່າ:

1) ຮັກສາກໍາລັງໃຫ້ໄດ້
2) ຖ້າຈຳເປັນໃຫ້ອອກໄປທາງທິດຕາເວັນອອກຫາເຂດທີ່ໝັ້ນເກົ່າ ເພື່ອສືບຕໍ່ປະຕິບັດໜ້າທີ່ຕາມທິດນໍາລວມຕໍ່ສູ້ກູ້ຊາດປົດປ່ອຍປະເທດຊາດ.

ຈາກນັ້ນ, ສະຫາຍ ທອງສະຫວັດ ກໍ່ໄດ້ກັບທົ່ງໄຫຫີນດ່ວນດ້ວຍຍົນ, ສະຫາຍ ທອງສະຫວັດ ໄດ້ລວມຄະນະບັນຊາກອງພັນ ແລະ ໜ່ວຍພັກ ໄດ້ຄົ້ນຄວ້າຫາລືເພື່ອໃຫ້ປະຕິບັດໄດ້ຕາມທິດຊີ້ນຳຂອງຜູ້ປະຈຳການສູນກາງພັກທ່ານ ໜູຮັກ ພູມສະຫວັນ ນັ້ນ.

ບັນທຶກ ການເຄື່ອນກຳລັງອອກຈາກທົ່ງໄຫຫີນໂດຍ ຮ້ອຍຕີ ວິລະກອນ ຫລວງອາໄພ:

“ ....ຜູ້ບັນຊາການທະຫານເຂດທົ່ງໃຫຫີນຊຽງຂວາງ ໄດ້ແຕ່ງຕັ້ງນາຍຄູຝຶກແອບວິຊາການທະຫານ 3 ຄົນ ມີຍົດ ຮ້ອຍຕີ, ຈ່າໂທ ແລະ ສິບເອກ ມາສິດສອນປະຈຳ ກອງຮ້ອຍທີສອງກອງພັນທີສອງຂອງພວກເຮົາ, ຄູຝຶກດັ່ງກ່າວສັງກັດກອງພັນທີ10, ເຊິ່ງແມ່ນກອງພັນຮັບຕ້ອນກອງພະລາທິການ ເບີກຈ່າຍອາຫານການກິນ ແລະ ພັດສະດຸອື່ນຯ ໃຫ້ກອງພັນທີສອງ ສວ່ນວິຊາຮຽນ ກໍ່ແມ່ນ ວິຊາງົດງາມໂດຍເດີນແຖວ, ວິຊານຳໃຊ້ອາວຸດປືນແຕ່ລະຊະນິດ ໃຫ້ຮູ້ໄດ້ ຄຸນະພາບບົດບາດຂອງອາວຸດປືນ ລູກແຕກ ແລະ ກະສຸນຊະນິດ ຕ່າງຯ. ກອງຮອຍສອງເຂົາມັກເວົ້າກັນວ່າ ກອງຮອ້ຍຫົວແຫລມ ພວກເຮົາປະຕິບັດໄດ້ທຸກຢ່າງທີ່ ສູນກາງ ກໍ່ຄືກອງບັນຊາການສູງສຸດມອບໝາຍໃຫ້ ລວມທັງ ການສ້າງເອົາ ນາຍຄູສອງຄົນຍົດ ຈ່າໂທ ແລະ ສິບເອກ ນີ້ມາເປັນແກ່ນສານ.

ຕອນບ່າຍ 15 ໂມງ 00 ຂອງວັນທີ 18/05/1959 ກອງບັນຊາການກອງພັນທີສອງ ໂດຍທ່ານ ຈຳນຽນ ບຸນລອດ, ທ່ານ ຫລວຍແສນຄຳ ກົມມະດຳ ແລະ ທ່ານ ສວຍ ບຸນຈະເລີນ ຫົວໜ້າເສນາທິການກອງພັນ ໄດ້ໃຫ້ທ້າວ ບຸນໂຈມ ທີ່ເປັນຕິດຕໍ່ ຂອງ ທ່ານ ສວຍ ບຸນຈະເລີນ ຍ່າງຂ້າມສະໜາມບິນໄປບອກວ່າ: ຜູ້ກອງ ລວ້ນ, ຜູ້ກອງ ວິລະກອນ ໄປພົບຄະນະບັນຊາການກອງພັນດວ່ນ, ສວ່ນຜູ້ກອງ ຫລອຍ ໃຫ້ຢູ່ເຮືອນຖ້າ. ເມື່ອພວກເຮົາທັງສອງໄປຮອດສຳນັກ ກອງພັນ ໄດ້ເຫັນ ສະຫາຍຮ້ອຍໂທ ສົມລັກ ນັ່ງລໍຖ້າ, ກອງປະຊຸມວົງແຄບເລີ່ມຕົ້ນ. ສະຫາຍຈຳນຽນ ຖາມວິລະກອນ ເປັນແນວໃດແຜນການ? ວິລະກອນຕອບ ຍັງຄືເກົ່າ, ເຂົ້າໃຈດີ, ວາງແຜນລຸລ່ວງໝົດແລ້ວ, ເຂົາຈິງໃຈພ້ອມ, ເພາະແກ່ນສານນີ້ ສະຫາຍບຸນລວ້ນ ແລະ ສະຫາຍ ວິລະກອນ ເຄີຍລາຍງານຄະນະບັນຊາກອງພັນເປັນປະຈຳ. ເມື່ອກ່ອນ ທາງກອງພັນໄດ້ຕົກລົງໃຫ້ ກອງຮອ້ຍສາມ ນຳໜ້າອອກເດີນທາງ, ແຕ່ສຸດທ້າຍ ສະຫາຍຈຳນຽນ, ສະຫາຍ ສວຍ ບຸນຈະເລີນ ຕົກລົງໃຫ້ ກອງຮອ້ຍສອງ ພາທາງອອກໜ້າ ໂດຍມອບໃຫ້ສະຫາຍ ວິລະກອນ ເປັນຜູ້ຍ່າງຜູ້ທີສອງ, ຜູ້ທີນຶ່ງ ແມ່ນ ສະຫາຍ ຄຳບຸນ ພັນທຸລາ ຕິດຕໍ່ ປະຈຳ ສະຫາຍ ວິລະກອນ ອອກໜ້າຍ່າງກອ່ນ ຫ່າງກັນປະມານ 3 ແມັດ  ຕໍ່ມາຈຶ່ງແມ່ນສະຫາຍ ເສນາທິການ ວິລະກອນ, ຈາກນັ້ນແມ່ນ ສະຫາຍ ປານີ ຕິດຕໍ່ ສະຫາຍ ບຸນລ້ວນ ແລະ ສະຫາຍ ບຸນລວ້ນ ຍ່າງຕາມກັນ ຈາກນັ້ນແມ່ນບັນດາ ກອງຮອ້ຍຕ່າງໆຍ່າງ ຕາມຯ ກັນ. 

ເມື່ອໄປຮອດສັນພູບ້ານອ່າງ, ພໍດີໄປພໍ້ກັບ ຫມວດ ທີ່ໄດ້ສ້າງເປັນແກ່ນສານທີ່ເປັນໃຈກັນແລ້ວນັ້ນ ຢາຍຢູ່ເປັນຈຸ້ມ ຕາມສາຍພູ ບົນລົມພັດໃບໄມ້ແປກ ເທິງບ້ານອ່າງ ແກ່ນສານ ຈ່າໂທ ແລະ ສິບເອກ ຮ້ອງຂຶ້ນ: ຢຸດ!!! ວິລະກອນ  ຫົວໜ້າເສນາທິການກອງຮ້ອຍສອງ ຕອບ: ຈາກນັ້ນກໍ່ຍ່າງພົບກັນ, ເມື່ອທຳຄວາມເຂົ້າໃຈຮຽບຮ້ອຍແລ້ວ, ເຂົາກໍ່ສັ່ງໃຫ້ໝວດທະຫານ ເຂົາຍ້າຍໄປທາງບ້ານບົວ ແລະ ບ້ານໜາມ ໝົດ, ສຳລັບກອງຮ້ອຍສອງ ແລະ ກອງຮ້ອຍຕ່າງຯ ກໍ່ຕາມກັນອອກໄປດວ້ຍຄວາມປອດໄພ, ສະຫາຍ ວິລະກອນ ເອງກໍ່ຍັງໄດ້ແນະນຳໃຫ້ ຈ່າໂທ ແລະ ສິບເອກ ແກ່ນສານນັ້ນ ໃຫ້ໄປເອົາເຄື່ອງນຸ່ງຮົ່ມ ທີ່ພັບໄວ້ເປັນລະບຽບຢູ່ຫົວຕຽງບ່ອນນອນໃນຄ້າຍນັ້ນ. 

ເມື່ອເດີນທາງເປັນຂະບວນຜ່ານທົ່ງໃຫຫີນມໍ່ກັບທາງຂ້າມ ແຕ່ລວດຮວ່ງ ໄປ ກາງແສນ ໄດ້ແນມເຫັນ ຂະບວນລົດ ສີ່ຄັນ ມີທະຫານເຕັມ ແລ່ນໄປກາງແສນແລ້ວ, ຂະບວນຂອງກອງພັນທີສອງຜ່ານໄປຮອດໜອງເຕີ້ ເຂົ້າປ່າດົງ ໄປຕາມເສັ້ນທາງທີ່ໄດ້ໄປກວດກາໄວ້ກອ່ນແລ້ວ. ເມື່ອໄປຮອດທາງລັດ ແຕ່ ເມືອງຄູນ ໄປ ທ່າວຽງ ທ່າໂທມ, ຂ້າພະເຈົ້າ ກໍ່ຖືກແຕ່ງຕັ້ງຈາກ ສະຫາຍ ຈຳນຽນ ຫົວໜ້າກອງພັນ ໃຫ້ໄປສົ່ງຈົດໝາຍຂອງກອງພັນ ໃຫ້ພວກທະຫານທີ່ຍາມລັດທາງຢູ່ນັ້ນ, ເມື່ອໄປຮອດ ມໍ່ຯ ກັບພວກເຂົາ, ພວກເຂົາຍໍປືນ ສາກລູກປືນເຂົ້າລຳກ້ອງ ຮ້ອງຂຶ້ນ ຢຸດ! ຢຸດ! ຢຸດ!, ຂ້າພະເຈົ້າໄດ້ຈັບຊອງຈົດໝາຍສີຂາວຍົກຂຶ້ນ ແລ້ວຕອບວ່າ: ມາສົ່ງຈົດໝາຍ ສົ່ງ ຈໍມໍ ໃຫ້ທ່ານ ເຈົ້າແຂວງຊຽງຂວາງ, ພວກເຂົາ ແລະ ຂ້າພະເຈົ້າເອງ ສູ່ຄົນ ສູ່ຍ່າງເຂົ້າຫາກັນ ຕ່າງຄົນ ກໍ່ຕ່າງກຽມພ້ອມ, ຂ້າພະເຈົ້າເວົ້າວ່າ: ທ່ານ ພັນຕີ ຈຳນຽນ ບຸນລອດ ຜູ້ບັງຄັບກອງພັນທີ່ສອງ ໃຫ້ຂ້າພະເຈົ້າເອົາ ຈໍມໍ ຟາກໄວ້ນຳພວກທ່ານ ເພື່ອຂໍໃຫ້ພວກທ່ານ ເອົາ ຈົດໝາຍນີ້ ສົ່ງໃຫ້ ເຈົ້າແຂວງຊຽງຂວາງ ມັນຖາມອີກວ່າ: ພວກທ່ານ ຈະໄປຢູ່ໃສ? ຂ້າພະເຈົ້າຕອບວ່າ: ພວກເຈົ້ານາຍຢູ່ທົ່ງໄຫຫີນ ນາບຂູ່ປິດລ້ອມພວກເຮົາຢ່າງຮາຍແຮງ, ພວກເຮົາຢູ່ບໍ່ໄດ້ ຈຶ່ງມາພັກເຊົາຢູ່ເຂດນີ້ ຯ ລະ, ຢ່າງໃດກໍ່ດີ ຂໍໃຫ້ພວກທ່ານ ເອົາຈົດໝາຍນີ້ໄປສົ່ງໃຫ້ ເຈົ້າແຂວງຊຽງຂວາງ ໄວຯ ແນ່  ເພື່ອໃຫ້ເພິ່ນສົ່ງຂາວຫາລັດຖະບານ ວ່າ ພວກເຈົ້ານາຍຢູ່ທົ່ງໄຫຫີນ ນາບຂູ່ປິດລ້ອມເຮັດຮ້າຍແຮງ ໃຫ້ພວກກອງພັນທີສອງ ເຂົາໄດ້ອອກຈາກທົ່ງໄຫຫີນ ມາພັກເຊົາ ຢູ່ມໍ່ກັບເຂດເທດສະບານ ແຂວງຊຽງຂວາງນີ້ແລ້ວ, ຈາກນັ້ນຂ້າພະເຈົ້າກໍ່ກັບຄືນ ລໍຖ້າຈຸທີ່ຕຳເອົາເຂົ້າສານ ເພື່ອເດີນທາງຕໍ່, ເມື່ອເດີນທາງ ກາຍພູຊາວ, ພູດອກໄມ້ ແລະ ເມືອງ ພ່າງ ໄປຮອດເມືອງງານ ແລ້ວ, ຊ້ຳພັດ ພົບກັບ ກອງພັນ ເບເວ ທີ 25 ບັນຊາໂດຍ ຮ້ອຍໂທ ທ້າວ ຈຸ່ນ, ຂ້າພະເຈົ້າເອງ ພອ້ມດວ້ຍຕິດຕໍ່ ຂ້າພະເຈົ້າເອງ ທ້າວ ຄຳບຸນ ພັນທຸລາ ແລະ ສະຫາຍ ຄຳເກັ່ງ ໄປເຈລະຈາ ຢັບຢັ້ງແກ່ຍາວກັບພວກເຂົາອີກ ໂດຍການແຕ່ງຕັ້ງຈາກ ສະຫາຍ ຈຳນຽນ ບຸນລອດ ແລະ ສະຫາຍ ສວຍ ບຸນຈະເລີນ, ພາຍຫລັງທີ່ໄດ້ທຳຄວາມເຂົ້າໃຈກັນແລ້ວ ສະພາບກໍ່ກັບເປັນປົກກະຕິ ແລ້ວກໍ່ກັບຄືນທີ່ຕັ້ງກອງທະຫານຝ່າຍຕົນໝົດ, ສວ່ນພໍ່ແມ່ປະຊາຊົນແຖວບ້ານນີ້ກະບໍ່ຢ້ານເດືອຮອ້ນອີກ. ຈາກນັ້ນໄດ້ຮັບຄຳສັ່ງຈາກສູນກາງວ່າ: ສັດຕູ 7 ກອງພັນໄດ້ຕິດຕາມ ມາຮອດພູດອກໄມ້ແລ້ວ, ອອກດວ່ນ ເພື່ອຮັກສາກຳລັງຈຳເປັນຕ້ອງອອກເດີນທາງຕາມຄຳສັ່ງຂອງສູນກາງ, ຄວາມຈິງພວກເຮົາກໍ່ກຽມຈະຕີ ກອງພັນ ເບເວ 25 ໃນເວລາຮຸ່ງແຈ້ງມື້ໃຫມ່ນັ້ນ. ສຸດທ້າຍກອງພັນທີສອງກໍ່ໄດ້ເດີນທາງເຖິງຖານທີ່ໝັ້ນຢ່າງປອດໄພ “.

-----------


ພາບດ້ານເທິງ: ທ່ານ ວິລະກອນ ຫລວງອາໄພ ອະດີດຮອ້ຍຕີເສນາທິການກອງຮ້ອຍສອງກອງພັນທີ່ສອງໄດ້ກັບໄປຢາມທົ່ງໄຫຫີນ. ປີ 2009 ຄົບຮອບ 50 ປີ ຫລັງຈາກ ການຜ່າວົງປິດລອ້ມ ວັນທີ 18/5/1959

-------------
ຜ່ານການປະຕິບັດໜ້າທີ່ດ້ວຍຄວາມອົງອາດກ້າແກ່ນ ລະອິດລະອ້ຽວຂ້ຽວຂາດ ຢືນຕໍ່ໜ້າກົນອຸ ບາຍອັນໂຫດຫ້ຽມຮ້າຍກາດຂອງສັດຕູທີ່ຫວັງຈະດັບສູນກອງພັນທີສອງ ເວົ້າສະເພາະ, ດັບມອດກຳລັງປະຕິວັດເວົ້າລວມ, ອີກດ້ານໜຶ່ງ ເພື່ອປະຕິບັດທິດຊີ້ນຳຂອງສູນກາງພັກໃຫ້ໄດ້ກອງພັນທີສອງໄດ້ເປັນເຈົ້າການເອົາຕົວລົບຫຼີກເພື່ອຮັກສາກຳລັງ ດ້ວຍເຫດນັ້ນໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ແລະ ກອງບັນຊາການທຸກຂັ້ນ ພະນັກງານນັກຮົບທຸກຄົນຂອງກອງພັນທີສອງໄດ້ຕັດສິນໃຈຜ່າວົງປິດລ້ອມອັນແໜ້ນໜາຂອງສັດຕູໃນຄໍ່າຄືນວັນທີ 18/05/1959 ອອກຈາກທົ່ງໄຫຫີນໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ, ນີ້ແມ່ນເຫດການອັນເປັນປະຫວັດສາດທີ່ບໍ່ເຄີຍມີມາກ່ອນຂອງຊາດລາວ ແລະ ຂອງກອງທັບປະຊາຊົນລາວ ເຮັດໃຫ້ຝູງໝູ່ຈັກກະພັດ ແລະ ພວກລູກແຫຼ້ງຕີນມືປະຕິການຂວາຈັດໃນລາວປະລາໄຊເຈັບແສບທີ່ສຸດ ແລະ ງຶດງໍ້ອັດສະຈັນທີ່ສຸດ, ກົງກັນຂ້າມຍັງເຮັດໃຫ້ຜູ້ໄຝ່ສັນຕິໃນໂລກ ແລະ ກຳລັງຮັກຊາດໃນລາວຊື່ນຊົມຍໍຍ້ອງໄດ້ເປັນຫຼັກອັນແໜ້ນແກ່ນ ແລະ ເປັນບ່ອນອີງອັນແໜ້ນໜາ ໃຫ້ຂະບວນການ ປະຕິວັດລາວຢຸກໃໝ່ກ້າວຂື້ນຢ່າງບໍ່ຢຸດຢັ້ງ ສາມາດປະກອບສ່ວນຢ່າງເຂັ້ມແຂງໃນການປະຕິບັດ 3 ບາດຄ້ອນຍຸດ ທະສາດ-ປະຫວັດສາດ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດ, ລົບລ້າງລະບອບເກົ່າສ້າງຕັ້ງ ລະບອບໃໝ່.

ສັງລວມແລ້ວ ພະນັກງານນັກຮົບກອງພັນທີສອງທີ່ເປັນຕົວແທນອັນຄົມແຫຼມມີຫຼັກໝັ້ນອັນແໜ້ນແກ່ນ ບໍ່ຄອນແຄນ, ບໍ່ຫວາດຫວັ່ນຢ້ານກົວຕໍ່ລົມພະຍຸລົມແດງຂອງສັດຕູໂຕໃດທີ່ຈະມາຂັດຂວາງໃນການປະຕິບັດແນວ ທາງນະໂຍບາຍສູນກາງພັກ ປະຕິບັດໄດ້ຕາມທິດນຳຂອງສູນກາງພັກຢ່າງຄົບຖ້ວນດ້ວຍຄວາມພິລາອາດຫານທີ່ສຸດ, ກຳລັງພາຍໃນເຂັ້ມແຂງ, ພໍ່ແມ່ປະຊາຊົນຈາກບໍ່ເຂົ້າໃຈກອງພັນທີສອງກໍ່ຄືແນວທາງຕໍ່ສູ້ຂອງ ແນວລາວຮັກຊາດນັ້ນ ພວກເພິ່ນກໍ່ໄດ້ເຂົ້າໃຈເຖິງແນວທາງຕໍ່ສູ້ຂອງພວກເຮົາ ກັບເນື້ອກັບໃຈ ມາຮັກແພງເຊື່ອໝັ້ນກອງພັນທີສອງ ແລະ ໄດ້ຊ່ວຍເຫຼືອກອງພັນທີສອງ, ສຳລັບນາຍ ແລະ ພົນທະຫານຫຸ່ນ ຫຼື ທະຫານຣາຊະອານາຈັກນັ້ນ ຈາກສະແດງ ທ່າທີຂຶງຂັງຕໍ່ພວກເຮົາບໍ່ເຂົ້າໃຈພວກເຮົາ ພວກເຂົາກໍ່ມີທ່າທີອ່ອນລົງບໍ່ກ້າວ່າແຂງຕໍ່ພວກເຮົາ, ມີຫຼາຍຄົນກໍ່ເຄົາ ລົບນັບຖື ແລະ ໄດ້ກັບໃຈມາສະໜັບສະໜູນຊ່ວຍເຫຼືອພວກເຮົາ ເຊັ່ນ: ພວກເຂົາໄດ້ເອົາລູກປືນ ແລະ ໝາກແຕກ ມາມອບໃຫ້ພວກເຮົາເວລາກອງພັນທີສອງຜ່າວົງປິດລ້ອມນັ້ນ ມີນາຍທະຫານຊັ້ນປະທວນສອງຄົນ ທີ່ເອົາລູກນ້ອງ ເຂົາຈຳນວນໜຶ່ງຈາກກອງພັນທີ 10 ໄປສະລະເວລາເວນຍາມຢູ່ສັນພູບ້ານອ່າງ ບ່ອນພວກເຮົາ ອອກໄປນັ້ນ ພວກເຂົາ ກໍ່ຍະທາງໃຫ້ພວກເຮົາອອກຢ່າງສະບາຍ, ເຂົາສອງຄົນນັ້ນແມ່ນເປັນຄູສອນປະຈຳ ກອງຮ້ອຍທີສອງ ຂອງກອງພັນ ທີສອງ ໂດຍທີ່ສະຫາຍ ວິລະກອນ ຫຼວງອາໄພ ເສນາທິການພ້ອມຄະນະກອງຮ້ອຍຮັບຜິດຊອບ ຂົນຂວາຍດູດດຶງ ຈິດໃຈຂອງພວກເຮົາເລົ່ານັ້ນໄດ້ກັບມາຮ່ວມມືຮ່ວມໃຈ ແລະ ໃຫ້ຄວາມສະດວກແກ່ພວກເຮົາ ໃນເວລາອອກໄປນັ້ນ.
ໃນໂອກາດທີ່ສູນກາງພັກ ແລະ ລັດຖະບານຈັດຕັ້ງລະນຶກສະເຫຼີມສະຫຼອງກອງພັນທີສອງຜ່າວົງປິດລ້ອມ ຂອງສັດຕູອອກຈາກທົ່ງໄຫຫີນຄົບຮອບ 50 ປີ (2009) ໃນລະດັບຊາດທີ່ເປັນປະຫວັດສາດຂອງຍຸກສະໄໝ ຢູ່ທົ່ງໄຫຫີນຊຽງຂວາງນັ້ນ ພັກ ແລະ ລັດຖະບານໄດ້ຕີລາຄາສູງກ່ຽວກັບໄຊຊະນະອັນຍິ່ງໃຫຍ່ ແລະ ລັດຖະບານໄດ້ຕັ້ງຊື່ ແລະ ມອບນາມມະຍົດໃຫ້ກອງພັນທີສອງວ່າ: ‘’ ກອງພັນທີສອງວິລະຊົນ ’’.

ພວກເຮົາຄິດວ່າໃນເວລາກອງພັນທີສອງເຄື່ອນໄປຮອດບ້ານອ່າງຖ້າມີສຽງປືນດັງຂື້ນແນ່ນອນພວກສັດຕູຢູ່ ແຕ່ລະຫົວພູ, ເປີ້ນພູ ແລະ ສັນພູນັ້ນ ຈະຕ້ອງຍິງປືນນ້ອຍປືນໃຫຍ່ສຸມໃສ່, ເວລານັ້ນກອງພັນທີສອງຈະລອດໄດ້ຫຼື ບໍ່ໄດ້ ການປະຕິວັດກໍ່ອາດພົບຄວາມຫຍຸ້ງຍາກ ແລະ ຈະແກ່ຍາວໄປອີກເຫິງປານໃດ?


ຄົບຮອບ 50 ປີ ນັກຮົບກອງພັນທີສອງທີ່ຍັງມີຊີວິດຈຳນວນນຶ່ງໄດ້ກັບໄປຢາມທີ່ຕັ້ງເກົ່າທີ່ທົ່ງໄຫຫີນຊຽງຂວາງໃນປີ 2009

ຫລຽນກາທີ່ລະນຶກກອງພັນທີສອງ ອອກແບບຫລໍ່ພິມໄວ້ເພື່ອຄວາມຊົງຈຳໂດຍ 
ທ່ານ ວິລະກອນ ຫລວງອາໄພ



***ຈົບ​ບົດ***


------------------------------------------
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ
Twitter ID: @tholakhong
tholakhong@gmail.com | www.tholakhong.com



No comments

Powered by Blogger.