ກອງປະຊຸມສໍາມະນາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ




ໃນລະຫວ່າງວັນທີ 22-23 ພະຈິກ 2019 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາ ແມ່ນໍ້າຂອງ-ແມ່ນໍາລ້ານຊ້າງ ກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ ຂຶ້ນທີ່ໂຮງແຮມແລນມາກ,ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດກ່າວເປີດຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໃຫ້ກຽດເປັນປະທານຮ່ວມຂອງທ່ານ Nichola Pontara,ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປລາວ ແລະ ບັນດາເອກອັກຄະລັດຖະທູດ ທູດກໍາປູເຈຍ ແລະ  ໄທ ປະຈໍາ ສປປລາວ ແລະ ການເຂົ້າຮ່ວມຂອງຄະນະຜູ້ແທນບັນດາປະເທດ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,ບັນດາພະນັກງານຫຼັກແຫຼງ ແລະ ວິຊາການຂອງລັດ ຂອງອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາຄົ້ນຄວ້າ ແລະ ຕາງໜ້າໃຫ້ບັນດາອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມທັງໝົດຫລາຍກວ່າ 100 ຄົນ.


ກອງປະຊຸມສໍາມະນາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ ໄດ້ຈັດຂຶ້ນໃນທ່າມກາງ ບັນຍາກາດ ທີ່ ສປປ ລາວ ພວມກະກຽມ ສະເຫຼີມ ສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ.


ກອງປະຊຸມສໍາມະນາຄັ້ງນີ້ ໄດ້ເປັນເວທີສໍາຄັນ ເພື່ອສົ່ງເສີມຄວາມເຂົ້າອົກເຂົ້າໃຈອັນດີ ແລະ ແລກປ່ຽນ ບົດຮຽນປະສົບປະການ ແນ່ໃສ່ເພີ່ມທະວີ ການຮ່ວມມືກັນ ໃນດ້ານການພັດທະນາ ໂດຍຊຸມຊົນເປັນເຈົ້າ ທີ່ເປັນວິທີການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຢ່າງໜຶ່ງ ທີ່ໄດ້ຮັບຜົນດີ.


ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: “ລັດຖະບານ ສປປລາວ ໄດ້ຕັ້ງໜ້າສົ່ງເສີມ ຂະບວນການພັດທະນາ ໂດຍຊຸມຊົນເປັນເຈົ້າ ດ້ວຍຫຼາຍຮູບແບບວິທີການ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ເລີ່ມມາຕັ້ງແຕ່ປີ 2002 ໃນຖານະທີເປັນເຄື່ອງມືໜຶ່ງຂອງລັດຖະບານ ພາຍໃຕ້ການສະໜັບສະໜູນ ຂອງທະນາຄານໂລກ ແລະ ຄູ່ຮ່ວມໃຫ້ທຶນ ແນ່ໃສ່ເພື່ອແກ້ໄຂ ແລະ ລຶບລ້າງຄວາມທຸກຍາກ ໃຫ້ໄດ້ໂດຍພື້ນຖານ ໃນປີ 2020 ໂດຍເນັ້ນໃສ່ ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຊົນນະບົດ ຄຽງຄູ່ໄປກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ຮາກຖານຊຸມຊົນ ເປັນຕົ້ນຕໍ”


“ການພັດທະນາໂດຍຊຸມຊົນເປັນເຈົ້າບໍ່ແມ່ນເປັນໂຄງການ ແຕ່ມັນເປັນຂະບວນການ ພັດທະນາດ້ານການເມືອງແນວຄິດ ເສດຖະກິດສັງຄົມ ທີ່ເລີ່ມແຕ່ຮາກຖານຂຶ້ນມາ, ເນື້ອແທ້ກໍ່ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ”. 
ທ່ານ ທອງພັດ ວົງມະນີ ໄດ້ກ່າວຕື່ມວ່າ: “ຫຼັກການການພັດທະນາ ໂດຍຊຸມຊົນເປັນເຈົ້າ ທີ່ຈັດຕັ້ງປະຕິບັດ ຢູ່ໃນກອງທຶນຫຼຸດຜ່ອນຄວາມທຸກຍາກ ລວມມີ ຄວາມງ່າຍດາຍ ຂອງໂຄງການ, ການລົງທຶນ ທີ່ຄຸ້ມຄ່າໃຫ້ບູລິມະສິດ ແກ່ຜູ້ທຸກຍາກ ສົ່ງເສີມການເຂົ້າຮ່ວມຂອງຊຸມຊົນ ເຮັດຢ່າງມີຄວາມຮັບຜິດຊອບ ແລະ ຮັບປະກັນປະສິດທິຜົນ. ອີງໃສ່ຫຼັກການຄືດັ່ງກ່າວມານີ້ ໃນການຈັດຕັ້ງປະຕິບັດໂຄງການ ຈຶ່ງມອບໃຫ້ຮາກຖານຊຸມຊົນເອງ ເປັນຜູ້ຕັດສິນໃຈ ວ່າຈະນໍາໃຊ້ຊັບພະຍາກອນ ເຂົ້າໃນການພັດທະນາບ້ານຂອງຕົນ ໃນດ້ານໃດ ແລະ ຄຸ້ມຄອງ ຈັດຕັ້ງປະຕິບັດ ບົວລະບັດຮັກສານໍາໃຊ້ໂຄງການເອົາເອງ. ຢາກເຮັດໄດ້ຄືແນວນັ້ນ ຈຶ່ງໄດ້ມີການຈັດຕັ້ງການຝຶກອົບຮົມ ຊຸກຍູ້ຊ່ວຍເຫຼືອ ເພື່ອເຮັດໃຫ້ສະມາຊິກຂອງຮາກຖານຊຸມຊົນ ລວມທັງແມ່ຍິງ ແລະ ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການພັດທະນາດັ່ງກ່າວນີ້ ຢ່າງເຕັມສ່ວນ ໃນຕະຫຼອດໄລຍະ 16 ປີຜ່ານມາ ກວມເອົາບ້ານທຸກຍາກ ຫຼາຍກວ່າ 2 ພັນບ້ານ ຢູ່ບັນດາເມືອງທຸກຍາກ ທີ່ມີຜູ້ໄດ້ຮັບຜົນປະໂຫຍດ ປະມານ 30% ຂອງພົນລະເມືອງ ໃນທົ່ວປະເທດ ໂດຍສະເພາະແມ່ນຜູ້ທຸກຍາກທີ່ສຸດ. ປະກອບສ່ວນເຮັດໃຫ້ປະເທດເຮົາບັນລຸເປົ້າໝາຍສະຫັດສະວັດ ຂອງການພັດທະນາ ສ້າງພື້ນຖານອັນດີ ໃຫ້ແກ່ການແກ້ໄຂຄວາມທຸກຍາກ ແລະ ສ້າງບ້ານພັດທະນາ. 

ພາຍໃຕ້ເງື່ອນໄຂຂອງ SDG ສປປ ລາວ ຍັງໄດ້ຖືເອົາສືບຕໍ່ໃຫ້ບູລິມະສິດ ຕໍ່ການແກ້ໄຂຄວາມທຸກຍາກ ເຊິ່ງພວມຢູ່ໃນໄລຍະ ກ້າວໄປສູ່ການແກ້ໄຂຄວາມທຸກຍາກ ທີ່ເນັ້ນໃສ່ຄຸນນະພາບ ແລະ ຄວາມຍືນຍົງ. ປະຈຸບັນນີ້ ສປປ ລາວ ພວມຮ່າງແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 9 ທີ່ວາງເປົ້າໝາຍສູ້ຊົນ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກ່າວໄປເປັນປະເທດທີ່ມີລາຍຮັບປານກາງຂັ້ນສູງ ຕິດພັນກັບການພັດທະນາ ສີຂຽວ ແລະ ຍືນຍົງ ແຕ່ນີ້ຫາປີ 2030.

ເພື່ອຜັນຂະຫຍາຍທິດທາງດັ່ງກ່າວ ລັດຖະບານກໍ່ໄດ້ອອກດໍາລັດເລກທີ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ພັດທະນາ, ຂໍ້ຕົກລົງເລກທີ 65/ນຍ ວ່າດ້ວຍການກໍານົດຈຸດສຸມ ບູລິມະສິດ ການພັດທະນາ ເຊິ່ງກາຍເປັນທັງທິດຊີ້ນໍາ ແລະ ເປັນຕົວຊີ້ບອກ ໃຫ້ແກ່ການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ອີງໃສ່ບັນຫາດັ່ງກ່າວນັ້ນ ຂົງເຂດທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ ໃນຕໍ່ໜ້ານີ້ ລວມມີການສຶກສາ ການຝຶກອົບຮົມ ຍົກລະດັບສີມືແຮງງານ ການສ້າງລາຍຮັບໃຫ້ຄອບຄົວ ສົ່ງເສີມການເຂົ້າເຖິງການບໍລິການ ທີ່ມີຄຸນນະພາບ, ການສົ່ງເສີມດ້ານເຕັກນິກ ເຕັກໂນໂລຊີ ເພື່ອພັດທະນາຕອງໂສ້ ຄຸນຄ່າຜະລິດຕະພັນກະສິກໍາ ລົງທຶນໃສ່ການເພີ່ມຜະລິດຕະພາບ, ການຈັດສັນພູມລຳເນົາ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຮາກຖານທ້ອງຖິ່ນ, ການເຂົ້າເຖິງສິນເຊືອ ແລະ ຕະຫຼາດ ກອງທຶນຄໍ້າປະກັນຄວາມສ່ຽງ, ການສ້າງວຽກເຮັດງານທໍາ ແລະ ສົ່ງເສີມວິສາຫະກິດຊົນນະບົດ ໂດຍສະເພາະແມ່ນ ຈຸລະວິສາຫະກິດຂະໜາດກາງ ຂະໜາດນ້ອຍ ໂດຍສະເພາະແມ່ນ ໃນຂະແໜ່ງກະສິກໍາປ່າໄມ້, ການປະມົງ ແລະ ຫັດຖະກໍາ. ນອກຈາກນັ້ນ ກໍ່ຍັງຕ້ອງໄດ້ເພີ່ມການ ປົກປ້ອງທາງດ້ານສັງຄົມ ສໍາລັບຜູ້ທຸກຍາກ ແລະ ການປົກປັກຮັກສາສິ່ງແວດລ້ອມນໍາອີກ.

ໃນການຈັດຕັ້ງປະຕິບັດ ບັນດາກິດຈະກໍາດັ່ງກ່າວນີ້ ວິທີການພັດທະນາໂດຍຊຸມຊົນເປັນເຈົ້ານັບມື້ ນັບມີບົດບາດສໍາຄັນສູງ ໃນການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກຢູ່ປະເທດເຮົາ ດ້ວຍການເພີ່ມກໍາລັງແຮງ ໃຫ້ໂຄງການຂະໜາດໃຫຍ່ຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາພັດທະນາ ກໍ່ຄືຜູ້ປະກອບການ ທີໄດ້ລົງທຶນໃສ່ໃນຊົນນະບົດ”.

ຕະຫຼອດໄລຍະ 2 ວັນ ຜ່ານມາ ໃນການສໍາມະນາໃນເທື່ອນີ້ນັ້ນ ສປປ ລາວ ສາມາດເກັບກ່ຽວບົດຮຽນຫຼາຍຢ່າງຈາກບັນດາປະເທດໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຜູ້ເຂົ້າຮ່ວມພາຍໃນປະເທດ ແລະ ຈະໄດ້ນໍາເອົາບົດຮຽນດັ່ງກ່າວເຂົ້າຮ່າງແຜນຍຸດທະສາດໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ 2030”. 




Lancang Mekong Seminar on Community Driven Development  

From November 22-23, Poverty Reduction Fund (PRF), Ministry of Agriculture and Forestry held Lancang Mekong Seminar on Community Driven Development at Landmark Mekong Riverside Hotel and honored opening remarks of H.E Thongphat Vongmany , Vice Minister of Agriculture and Forestry and co-chaired by H.E Nichola Pontara, the World Bank Country Manager to the Lao People’s Democratic Republic and Their Excellency the Ambassador of Cambodia and Thailand with attendance of representatives of the Lancang Mekong cooperation countries, local Government officials, representatives from mass organizations, academia and international organizations over 100 people.

The Lancang Mekong cooperation seminar on the Community Driven Development held amidst the joyful atmosphere, where all walks of life here in the Lao PDR are celebrating the 44th Anniversary of the founding of the Lao People’s Democratic Republic. 

This seminar will serve as a significant platform for promoting mutual understanding and exchanging experiences and best practices aimed at strengthening cooperation in the area of Community Driven Development as an effective method for the Rural development and Poverty eradication.

H.E Thongphat Vongmany, Vice Minister of Agriculture and Forestry said that in Laos, the CDD has been strongly encouraged by the Government through various channels, particularly through the implementation of the Poverty Reduction Fund Project (PRF). As the national CDD project established in 2002, PRF program is the Government of Lao PDR’s key initiative supported by the World Bank and its financing partners to eradicate mass poverty by 2020. Main activities of the intervention consist of the rural infrastructure and facilities construction along with local capacity building. 

H.E Thongphat Vongmany added that the Community Driven Development is not a project  but the process of political and socio economic change from the grassroot which is a concrete implementation of  the directive of so-called “Three Builds” or Sam Sang, namely build the province as the strategic unit, build the district to be the overall strengthened unit, and build the village as the developed unit. 

The PRF CDD project selection principles are project simplicity, cost effective, siding with the poor, participation, accountability and effectiveness. Based on these principles, the PRF CDD approach has been implemented, whereby communities themselves decide on how resources are allocated, manage sub-project funds, and implement sub-projects. PRF Program builds local capacity by providing technical support for communities, to ensure that all community members, including women and different ethnic groups, participate in the decision-making process and benefit from the PRF interventions over a number of years, covering more than 2000 poor villages within the poor districts with the beneficiaries counted for 30% of the country population particularly the poorest groups, thus, contributing to Lao PDR’s achievement to MDGs,  creating good conditions for the more sustainably poverty reduction and the Self Resilient Communities development. 
Nowadays, under the context of SDG, poverty eradication still remains the top priority for the Lao PDR. It is in the transition towards the more qualitatively sustainable poverty reduction. The Lao PDR is in process of drafting its 9th Five-Year National Socio-Economic Development Plan, striving to graduate from the status of Least Developed Country, thus moving the country forward to the status of upper middle-income country in line with green and sustainable development by 2030. 

In this regard, the 348 Decree on the well-being and development criteria and the 65 Instruction on the prioritized areas have been developed as the guidelines and detailed indicators for the rural development and poverty eradication interventions. Interventions that have been shown to work include education, upskilling, livelihoods support, rural hard and soft infrastructure construction, quality public services accessibility, technical extension, forest and agriculture products value chain development, settlement, disaster risk management, local community and authority capacity building, financial literacy and supports and enhanced market access, fund for risk assurance, job creation and rural Nano Small Medium enterprises supports, investments to increase productivity and incomes, especially in the agricultural, forestry and fisheries sectors. 
These will need to be accompanied by a move into higher value-addition activities, technology extension, education and increased access to capital, market information and access. The scope of social protection schemes will need to be widened to include the informal sector and the poor, also the environment protection will be promoted. 

 In this regard, the CDD approach which is becoming more important and playing bigger role in the Lao rural development and poverty reduction complementing the big project development carried on by the government and its development partners as well as private sector investment.  

Finally, two days’ seminar Lao PDR capable drawing experiences and lesson learned from Lancang Mekong cooperation countries and domestic participants and it will bring this significance lesson into the draft of national rural development strategy 2030.

Post a Comment

0 Comments